#ເປັນຫຍັງRAMຄືແພງຂຶ້ນ? #ຄຳຖາມທີ່ຫຼາຍຄົນສົງໃສ
ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າມີການ demand ແລະ supply ກ່່ອນ Demand ໝາຍເຖິງຄວາມຕ້ອງການ ສ່ວນ Supply ໝາຍເຖິງສິ່ງທີ່ຕອບສະໜອງຄວາມຕ້ອງການນັ້ນ
ຕັ້ງແຕ່ປີ 2016 ເປັນຕົ້ນມາ RAM ມີລາຄາສູງຂຶ້ນເປັນ 2 ເທົ່າທັ້ງທີ່ເປັນສິ່ງເກືອບສຸດທ້າຍທີ່ເວລາຈະປະກອບຄອມ, ແຕ່ດຽວນີ້ລາຄາເກືອບຈະຊ່ຳ CPU ແລະ GPU ແລ້ວ, ເຊິ່ງບໍລິສັດທີ່ຜະລິດ Chip Memory ທີ່ເປັນວັດຖຸດິບສຳຄັນໃນການສ້າງ Ram ນັ້ນມີພຽງແຕ່ 3 ບໍລິສັດໃດ້ແກ່ Samsung, SK Hynix, Micron ແຕ່ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ 3 ບໍລິສັດນີ້ໃດ້ເລັງເຫັນຕະຫຼາດ Smartphone ທີ່ສ້າງ Ram ປະເພດ LPDDR4 ທີ່ສາມາດສ້າງກຳໄລໃຫ້ບໍລິສັດ 3 ບໍລິສັດນັ້ນຫຼາຍຂຶ້ນ,ເຊິ່ງກໍຈະໄປລົງທຶນ ແລະ ຜະລິດຫຼາຍຂຶ້ນຍ້ອນມີກຳໄລ ແລະ ມີ Demand ຫຼາຍກວ່າການຜະລິດໃຫ້ກັບ Computer ທີ່ມີ Demand ຢູ່ພຽງບ່ອນດຽວ. ນອກຈາກນີ້ໃນເດືອນ 6 ປີ 2017ທີ່ຜ່ານມານເອງເກີດມີເຫດການຂັດຂ້ອງ ແລະ ໄຟດັບໃນໂຮງງານຜະລິດ Ram ຂອງບໍລິສັດ Samsung ເຮັດໃຫການຜະລິດ ແລະ ສິນຄ້າມີຄວາມເສຍຫາຍ ແລະ ໃຊ້ບໍ່ໃດ້ຫຼາຍສົມຄວນ, ຕໍ່ມາໃນປີ 2017 2018ທີ່ຜ່ານມາໃດ້ມີບໍລິສັດ Notebook ຫຼາຍບໍລິສັດແຂ່ງກັນຜະລິດອອກມາບໍ່ວ່າຈະເປັນ Notebook Gaming, Notebookແບບເບົາບາງ ແລະ Notebook Workstation ອອກມາຫຼາຍຈົນເລືອກຊື້ບໍ່ໄຫວ. ເຊິ່ງເມື່ອມີສິນຄ້າ ແລະ notebook ອອກມາຫຼາຍຂຶ້ນ ແລະ ອຸປະກອນທຸກຢ່າງຕ້ອງໃຊ້ Ram ເຊີ່ງ Demand ຫຼາຍຂຶ້ນແຕ່Supply ບໍ່ໃດ້ຫຼາຍຂຶ້ນເລີຍ ແລະ ຍັງຫຼຸດລົງຫຼາຍຍ້ອນເຫດການຂັດຂ້ອງຂອງໂຮງງານ Ram ຂອງ Samsung ໃນປີ 2017ນີ້ເອງທີ່ເປັນເຫດຜົນທີ່ເຮັດໃຫ້ Ram ລາຄາສູງຂຶ້ນ 2 ເທົ່ານັ້ນເອງ.
#ຂໍຂອບໃຈທີ່ອ່ານຈົນຈົບ
#Username666 #ContentWriter
Total Pageviews
Subscribe to:
Post Comments (Atom)
ລະບຽບການສອບເສັງເຂົ້າມະຫາວຶທະຍາໄລແຫ່ງຊາດ
ລະບຽບໃນການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ 1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດ ແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ...
-
#ເປັນຫຍັງRAMຄືແພງຂຶ້ນ? #ຄຳຖາມທີ່ຫຼາຍຄົນສົງໃສ ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າມີການ demand ແລະ supply ກ່່ອນ Demand ໝາຍເຖິງຄວາມຕ້ອງການ ສ່ວນ ...
-
ລະບຽບໃນການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ 1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດ ແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ...

No comments:
Post a Comment