Total Pageviews

Geography



ບົດທີ 1
ຂອບເຂດ,ທີ່ຕັ້ງ, ຊາຍແດນ, ເນື້ອທີ່ ແລະ ຮຸບຮ່າງ
1ແມ່ນບ້ານໃດຢູ່ທິດເໜຶອສຸດຂອງປະເທດລາວ?
ກ. ບ້ານລານຕຸຍ ຂ. ບ້ານຂີ້ນາກ
ຄ. ບ້ານເຕົາ                                       ຄ. ບ້ານຈັນສະຫວ່າງ
2ຍອດນ້ຳເຊກະໝານແມ່ນມີທີ່ຕັ້ງກົງກັບເສັ້ນຂະໜານທີ່ເທົ່າໃດ?
ກ. 10 ໍ 38່ N                                 ຂ. 10 ໍ 37 ່ N
ຄ. 15 ໍ 19່ N                                  ງ.  13  ໍ 18 ່ N
ສ.ປ.ປ ລາວ ຕັ້ງຢູ່ເຟື້ອງໂລກໃດຂອງໂລກ?
ກ. ເຟື້ອງໂລກໃຕ້                               ຂ. ເຟື້ອງໂລກເໜືອ
ຄ. ເຟື້ອງໂລກຕາເວັນອອກ                    ງ. ເຟື້ອງໂລກຕາເວັນຕົກ
ຂໍ້ໃດແມ່ນສາເຫດຕົ້ນຕໍທີ່ພາໃຫ້ ສ.ປ.ປ ລາວ ມີຂໍ້ຈຳກັດດ້ານການຄ້າ ?
ກ. ເປັນປະເທດບໍ່ມີຊາຍເເດນຕິດກັບທະເລ                    ຂ. ລະດັບການສຶກສາຂອງປະຊາຊົນໃນປະເທດຕ່ຳ
ຄ. ຝົນບໍ່ຕົກຕາມລະດູການ                                     ງ. ການບໍລິຫານທີ່ຜິດພາດຂອງລັດຖະບານ
ຂໍ້ໃດບົ່ງບອກເຖິງຈຸດພິເສດທາງດ້ານ ລັກສະນະ ຮູບຮ່າງ ຂອງ ສ.ປ.ປ ລາວ ?
ກ. ຍາວຢຽດຕາມລວງຂອງເສັ້ນເເວງ
ຂ. ຍາວຢຽດຕາມເສັ້ນຂະໜານ
ຄ. ພາກກາງກວ້າງ ກວ່າ ພາກເໜືອ
ງ. ມີຮູບຮ່າງມົນກົມ
ທິດເໜືອ ຂອງ ສ.ປ.ປ ລາວ ຕິດກັບປະເທດໃດ ?
ກ. ຈີນ                 ຂ. ຫວຽດ        ຄ. ໄທ        ງ. ອັງກິດ
ຂໍ້ໃດບໍ່ແມ່ນຂໍ້ມູນດ້ານທີ່ຕັ້ງ ຂອງ ສ.ປ.ປ ລາວ?
ກ. ບໍ່ມີຊາຍເເດນຕິດກັບທະເລ                             ຂ. ຕັ້ງຢູ່ໃຈກາງຂອງເເຫຼມອິນດູຈີນ
ຄ. ພາກກາງແມ່ນບ່ອນແຄບສູດຂອງປະເທດ               ງ. ຕັ້ງຢູ່ທະວີບເອີຮົບ
ປະເທດຫວຽດນາມມີຄວາມຍາວຊາຍເເດນຕິດກັບປະເທດລາວຈັກກິໂລແມັດ?
ກ. 2096 ກິໂລເເມັດ                                   ຂ. 2069 ກິໂລເເມັດ
ຄ. 2960 ກິໂລເເມັດ                                    ຄ. 236,800 ກິໂລເເມັດ
ຂໍ້ໃດແມ່ນປະເທດທີ່ມີຊາຍເເດນຕິດກັບ ສ.ປ.ປ ລາວ?
ກ. ອິນໂດເນເຊຍ                             ຂ. ອົດສຕາລີ
ຄ. ມຽນມາ                                   ງ. ຮັດເຊຍ
ບ່ອນເເຄບສຸດ ຂອງ ສ.ປ.ປ ລາວ ມີຄວາມກວ້າງເທົ່າໃດ ?
ກ. 510 ກມ             ຂ. 150 ກມ           ຄ. 500 ກມ         ງ. 105 ກມ



ບົດທີ 2            ທໍລະນີສັນຖານຂອງປະເທດລາວ 
ຂໍ້ໃດແມ່ນ ຈອມພູທີ່ສູງທີ່ສຸດຂອງ ປະເທດລາວ ?
ກ. ພູຊາວ              ຂ. ພູເບ້ຍ           ຄ. ພູມສາມສູມ        ງ. ພູຫອມຈັນ
 ພູພຽງທີ່ຕ່ຳກວ່າໝູ່ໃນພາກໃຕ້ ຂອງ ສ.ປ.ປ ລາວ ແມ່ນຂໍ້ໃດ?
ກ. ພູພຽງຕະໂອ້ຍ                 ຂ. ພູພຽງກະເສັງ       ຄ. ພູພຽງກະລືມ            ງ. ພູພຽງບໍລະເວັນ
ຂໍ້ໃດ ບໍ່ແມ່ນຂໍ້ມູນທີ່ຖືກຕ້ອງ ຂອງທົ່ງພຽງຈຳປາສັກ ໃນ ສ.ປ.ປ ລາວ?
ກ. ມີເນື້ອທີ່ປະມານຫ້າເເສນເຮັກຕາ                   
ຂ. ເປັນທົ່ງພຽງທີ່ຕ່ຳກວ່າໝູ່ໃນບັນດາທົ່ງພຽງອື່ນໆ
ຄ. ເປັນທົ່ງພຽງທີ່ໃຫຍ່ເປັນອັນດັບທີ່ສອງຂອງປະເທດ    
ງ. ເປັນເຂດທົ່ງພຽງທີ່ມີປ່າໄມ້ຕຶບໜາ ບໍ່ມີປະຊາກອນອາໄສຢູ່
ສາຍພູສູງສ່ວນຫຼາຍໄດ້ເຕົ້າໂຮມກັນຢູ່ພາກໃດຂອງ ປະເທດລາວ ?
ກ. ພາກໃຕ້       ຂ. ພາກກາງ        ຄ. ພາກເໜືອ     ງ. ພາກຕາເວັນອອກສ່ຽງໃຕ້
ຊັ້ນຕາຝັ່ງຂອງແມ່ນ້ຳໄດ້ກຳເນີດຂື້ນມາໃນສະໄໝໃດ ?
ກ. ສະໄໝເປຼອິດສະໂຕເເຊນປາຍ
ຂ. ສະໄໝເປຼອິດສະໂຕເເຊນຕົ້ນ
ຄ. ສະໄໝຕົ້ນມີໂອເເຊນ
ງ. ສະໄໝປີຼໂອເເຊນຕົ້ນ
ຂໍ້ໃດແມ່ນເນື້ອທີ່ຂອງ ທົ່ງພຽງສະຫວັນນະເຂດ?
ກ. 1,370,000 ຮຕ       ຂ. 1,270,000 ຮຕ     ຄ. 1,360,000 ຮຕ     ງ. 1,260,000 ຮຕ
ຂໍ້ໃດແມ່ນອີກຊື່ໜຶ່ງຂອງ ພູພຽງເມືອງພວນ ?
ກ. ພູພຽງຊຽງຂວາງ      ຂ. ພູພຽງຄຳມ່ວນ    ຄ. ພູພຽງນາກາຍ   ງ. ພູພຽງກະເສັງ
ຂໍ້ໃດແມ່ນລັກສະນະພິເສດດ້ານຮູບຮ່າງຂອງທົ່ງພຽງວຽງຈັນ?
ກ. ມີລັກສະນະເປັນຮູບສາມຫຼ່ຽມ                         ຂ. ມີລັກສະນະມົນກົມ
ຄ. ມີລັກສະນະເປັນພູພຽງ                                 ງ. ມີຄວາມສູງບໍ່ຮອດ 100ມ
ຈອມພູທີ່ສູງກວ່າໝູ່ໃນປະເທດລາວ ເເມ່ນຢູ່ເເຂວງໃດ ?
ກ. ເເຂວງຊຽງຂວາງ      ຂ. ເເຂວງຫຼວງພະບາງ      ຄ.ເເຂວງຫົວພັນ    ງ. ເເຂວງວຽງຈັນ
ຂໍ້ໃດແມ່ນ ຄວາມສູງຂອງພູເບ້ຍ ?
ກ. 2820 ກມ         ຂ. 2080 ກມ        ຄ. 5080ກມ    ງ. ສູງກວ່າ 9000 ກມ
ຂໍໍ້ໃດບໍ່ແມ່ນພູ ທີ່ຢູ່ເເຂວງຊຽງຂວາງ?
ກ. ພູເບ້ຍ           ຂ. ພູຊາວ          ຄ. ພູເລີຍ     ງ. ພູຊາຍໄຫຼເເລ້ງ
ຂໍ້ໃດແມ່ນສາເຫດຕົ້ນຕໍ່ ທີ່ເຮັດໃຫ້ເຂດພູພຽງບໍລະເວນມີປ່າໄມ້ຕຶບໜາຫຼາຍ ?
ກ. ຍ້ອນເປັນເຂດດິນດີ ແລະ ມີຝົນຕົກຫຼາຍ
ຂ. ຍ້ອນບໍ່ມີໄຟໄຫມ້ປ່າ
ຄ. ຍ້ອນປະຊາຊົນຊ່ວຍກັນເຮັດສາ
ງ. ຍ້ອນນະໂຍບາຍຂອງລັດ

ບົດທີ່ 3               ພູມອາກາດຂອງປະເທດລາວ
ປະເທດລາວປະກອບມີຈັກລະດູ ?
ກ. 4 ລະດູ      ຂ. 3 ລະດູ      ຄ. 5 ລະດຸ      ງ. 2 ລະດູ
ລະດູແລ້ງຂອງປະເທດລາວ ເລີ່ມແຕ່ເດືອນໃດ ຫາ ເດືອນໃດ?
ກ. ເມສາ - ພຶດສະພາ            ຂ. ສິງຫາ - ກັນຍາ      ຄ. ຕູລາ - ພະຈິກ   ງ. ພະຈິກ - ມີນາ
ລະດູຝົນຂອງປະເທດລາວ ເລີ່ມແຕ່ເດືອນໃດ ຫາເດືອນໃດ?
ກ. ມັງກອນ - ກຸມພາ      ຂ. ມັງກອນ - ມີນາ       ຄ. ກຸມພາ - ມີນາ       ງ. ພຶດສະພາ - ຕຸລາ
ພູມອາກາດຂອງລາວເເບ່ງອອກເປັນຈັກເຂດ ?
ກ. 3 ເຂດ   ຂ. 6 ເຂດ   ຄ. 4 ເຂດ   ງ. 2 ເຂດ
ເເຂວງໃດໃນປະເທດລາວທີ່ໄດ້ຮັບປະລິມານນ້ຳຟົນໜ້ອຍກວ່າໝູ່?
ກ. ຫົວພັນ, ຈຳປາສັກ, ຄຳມ່ວນ
ຂ. ຫົວພັນ, ຊຽງຂວາງ, ຜົ້ງສາລີ
ຄ. ຜົ້ງສາລີ, ຄຳມວ່ນ, ຊຽງຂວາງ
ງ. ສາລະວັນ, ປາກເຊ, ເຊກອງ
ມີມວນອາກາດຕົ້ນຕໍໃດແດ່ທີ່ເຂົ້າມາປົກຄຸມປະເທດລາວ?
ກ. ມວນອາກາດຊີເບຮີ ແລະ ມວນອາກາດມະຫາສະໝຸດ
ຂ. ມວນອາກາດຮ້ອນ ແລະ ມວນອາກາດມະຫາສະໝຸດ
ຄ. ມວນອາກາດຮ້ອນ ແລະ ມວນອາກາດຮ້ອນຊຸ່ມ
ງ. ມວນອາກາດທະເລ ແລະ ມວນອາກາດມະຫາສະໝຸດ
ມວນອາກາດຕົົ້ນຕໍ່ທີ່ເຄື່ອນຍ້າຍເຂົ້າມາປົກຄຸມປະເທດລາວແມ່ນມາຈາກເຂດໃດ?
ກ. ເຂດອາຊີອາຄະເນ        ຂ. ເຂດໃຕ້      ຄ. ເຂດຊີເບຣີ          ງ. ເຂດເໜືອ
ຂໍ້ໃດແມ່ນອຸນຫະພູມປະຈຳປີສະເລ່ຍຂອງພາກໃຕ້?
ກ.​ 24 ໍ - 26   ໍc     ຂ. 27 ໍ – 30 ໍ c       ຄ. 26  ໍ–  29 ໍc       ງ. 25  ໍ –  28  ໍ c
ຍ້ອນສາເຫດຕົ້ນຕໍໃດທີ່ເຮັດໃຫ້ປະເທດລາວມີສອງລະດູການ?
ກ. ຍ້ອນທີ່ຕັ້ງພູມສັນຖານຂອງປະເທດ
ຂ. ຍ້ອນການຕັດໄມ້ທຳລາຍປ່າຂອງປະຊາຊົນໃນປະເທດ
ຄ. ຍ້ອນຝົນຕົກບໍ່ຖືກຕາມລະດູການ
ງ. ຍ້ອນປະເທດລາວບໍ່ມີຊາຍເເດນຕິດກັບທະເລ
ຂໍ້ໃດທີ່ບໍ່ແມ່ນຂໍ້ມູນທາງດ້ານພູມອາກາດຂອງປະເທດລາວ?
ກ. ມີສອງລະດູການ
ຂ. ມີມວນອາກາດຊີເບຮີປົກຄຸມ
ຄ. ເດືອນກຸມພາເປັນເດືອນທີ່ມີອັດຕາຄວາມຊູ່ມຕ່ຳ
ງ. ມີລະດູໃບໄມ້ຫຼົ່ນ ແລະ ລະດູບານໃໝ່


ບົດທີ່ 4  ຊັບພະຍາກອນທຳມະຊາດຂອງປະເທດລາວ
ດິນພູໄຟ ມີຊື່ເອີ້ນອີກຢ່າງໜຶ່ງວ່າແນວໃດ?
ກ.​ດິນບາຊານ         ຂ. ດິນພູດອຍ      ຄ. ດິນແຟລາລິດ       ງ. ດິນສັນດອນ
ດິນພູໄຟສ່ວນຫຼາຍແມ່ນຢູ່ພາກໃດຂອງປະເທດລາວ ?
ກ. ພາກເໜືອ        ຂ. ພາກໃຕ້       ຄ. ພາກກາງ      ງ. ພາກຕາເວັນຕົກ
ຂໍ້ໃດແມ່ນລັກສະນະຂອງດິນສັນດອນເກົ່າ ?
ກ.  ເປັນດິນຜຸຜຸ່ຍ      ຂ. ດິນເປັນກ້ອນ   ຄ. ເປັນຊັ້ນດິນໜາ     ງ. ເປັນດິນຊາຍ
ຖ່ານຫີນອັງຕຮາຊິດໄດ້ປະກອບສ້າງຂຶ້ນມາໃນສະໄໝໃດ?
ກ. ສະໄໝລາວລ້ານຊ້າງ         ຂ. ສະໄໝເນໂອເເຊນ       ຄ. ສະໄໝກ່ອນສົງຄາມໂລກຄັ້ງທີ່ II
ງ. ສະໄໝກາກໂບນິແຟ
ເເມ່ນ້ຳຂອງມີຕົ້ນກຳເນີດມາຈາກໃສ?
ກ. ພູພຽງຕິເບດ    ຂ. ພູເບ້ຍ    ຄ. ສາຍພູຫິມະໄລ      ງ. ພູພຽງບໍລະເວນ
ບຶງທີ່ໃຫຍ່ກວ່າໝູ່ໃນປະເທດລາວ ແມ່ນບຶງໃດ ?
ກ. ບຶງກຽດໂງ້ງ               ຄ. ບຶງຊ້າງ
ຂ. ບຶງພະພຽງ                 ງ. ບຶງທາດຫຼວງ
ໜອງທີ່ນ້ອຍກວ່າໝູ່ໃນລາວເເມ່ນໜອງຫຍັງ ?
ກ. ໜອງຢອນ           ຂ. ໜອງສະມານ    ຄ. ໜອງຫຼວງ   ງ. ໜອງຟ້າ
ຂໍ້ໃດບໍ່ເເມ່ນປະເພດປ່າໄມ້ໃນປະເທດລາວ
ກ. ປ່າດົງດິບ ແລະ ປ່າໃບເຂັມ            ຂ. ປ່າໂຄກ ແລະ ປ່າສົງ
ຄ. ຄັງ ແລະ ປ່າເລົ່າ                       ງ. ປ່າແຫ້ງແຫຼ້ງ
ຂໍ້ໃດແມ່ນຄວາມສຳຄັນຕົ້ນຕໍຂອງດິນ ?
ກ. ໃໍຊ້ໃນການເຮັດກະສິກຳ ແລະ ຕັ້ງຖິ່ນຖານ
ຂ. ໃຊ້ໃນການສ້າງເສັ້ນທາງຄົມມະນາຄົມ
ຄ ໃຊ້ໃນການສ້າງໂຮງງານອຸດສາຫະກຳ
ງ. ໃຊ້ໃນການປູກຕົ້ນໄມ້
ຂໍ້ໃດບໍ່ເເມ່ນຊັບພະຍາກອນໃຕ້ດິນປະເພດໃຫ້ພະລັງງານ?
ກ. ຖ່ານຫີນຕົມ     ຂ. ນ້ຳມັນເຊື້ອໄຟ     ຄ. ຖ່ານຫີນລີຍິດ     ງ. ສັງກະສີ
ເພີ່ນເອີ້ນເຂດປ່າທີ່ບໍ່ເຄີຍຖືກຂຸດຄົ້ນມາກ່ອນວ່າເຂດປ່າຫຍັງ?
ກ. ເຂດປ່າດົງດິບ        
ຂ. ເຂດປ່າສົງ
ຄ. ເຂດປ່າໂຄກ
ງ. ເຂດປ່າໃບເຂັມ
ບົດທີ 5     ພູມສາດປະຊາກອນ
ຕາມປະຫວັດສາດ ປະຊາຊົນລາວໄດ້ໄປຕັ້ງຫຼັກແຫຼ່ງຢູ່ແຜ່ນດິນທີ່ມີຊື່ວ່າຫຍັງ?
ກ. ອານາຈັກລາວລ້ານຊ້າງ        ຂ. ອານາຈັກສະຫຍາມ        ຄ. ອານາຈັກວຽງຈັນ    ງ.ອານາຈັກຫຼວງພະບາງ
ຕາມການສຳຫຼວດໃນປິ ຄສ 1900 ໃນທົ່ວປະເທດລາວໄດ້ມີຈຳນວນປະຊາກອນປະມານຈັກຄົນ ?
ກ. 300,000 ຄົນ    ຂ. 400,000 ຄົນ   ຄ. 500,000 ຄົນ   ງ. 600,000 ຄົນ
ຕາມການສຳຫຼວດປະຊາກອນລາວໃນປິ 2015 ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນແຂວງໃດ?
ກ. ນະຄອນຫຼວງວຽງຈັນ     ຂ. ແຂວງບໍລິຄຳໄຊ    ຄ. ແຂວງສະຫວັນນະເຂດ   ງ. ເເຂວງໄຊຍະບູລີ
ເເຂວງໃດຂອງປະເທດລາວທີ່ມີອັດຕາຄວາມໜາເເໜ້ນຂອງປະຊາກອນຫຼາຍກວ່າເເຂວງອື່ນ?
ກ. ເເຂວງນະຄອນຫຼວງວຽງຈັນ        ຂ. ເເຂວງອັດຕະປຶ      ຄ. ເເຂວງຫຼວງພະບາງ    ງ. ເເຂວງບໍລິຄຳໄຊ
ຮູບທາດອາຍຸຂອງປະຊາຊົນລາວປີ 2015 ມີລັກສະນະແນວໃດ?
ກ. ລັກສະນະຕີນກວ້າງປາຍກ້ວາງ   ຂ. ລັກສະນະຕີນແຄບປາຍກວ້າງ  ຄ. ລັກສະນະສ້ວຍເປັນຈອມແຫຼມສູງ
ງ. ລັກສະນະຕີນເເຄບປາຍເເຄບ
ຮູບທາດໂຄງສ້າງດ້ານອາຍຸທີ່ມີລັກສະນະສ້ວຍເປັນຈອມແຫຼມສູງແມ່ນນອນຢູ່ໃນກຸ່ມປະເທດໃດ?
ກ. ກຸ່ມປະເທດທີ່ພັດທະນາແລ້ວ   ຂ.ກຸ່ມປະເທດທີ່ກຳລັງພັດທະນາ   ຄ.ກຸ່ມປະເທດດ້ວຍພັດທະນາ
ງ. ກຸ່ມປະເທດທີ່ບໍ່ມີການຂະຫຍາຍຕົວ
ໄວອອກແຮງງານ ຫຼື ໄວກຳລັງເເຮງງານ ແມ່ນກຸ່ມຄົນທີ່ມີອາຍຸລະຫວ່າງ ຈັກປີ?
ກ. 14 – 50 ປີ    ຂ. 15 – 51 ປີ   ຄ.  15 – 60 ປີ     ງ. 16 – 70 ປີ
ເພີ່ນເເບ່ງຊົນເຜົ່າໃນລາວອອກເປັນຈັກຊົນເຜົ່າ?
ກ. 49 ຊົນເຜົ່າ     ຂ. 48 ຊົນເຜົ່າ   ຄ. 47 ຊົນເຜົ່າ   ງ. ຫຼາຍກວ່າ 50 ຊົນເຜົ່າ
ໜັງສືລາວທີ່ນຳໃຊ້ກັນຢູ່ໃນປັດຈຸບັນນີ້ ໄດ້ມີການດັດເເປງມາຈາກອັກຂະຫຼະຂອງປະເທດໃດ?
ກ. ປະເທດຈີນ  ຂ. ປະເທດອິນເດຍ   ຄ. ປະເທດເນປານ  ງ. ປະເທດຍີ່ປຸ່ນ
ຂໍ້ໃດແມ່ນບໍ່ແມ່ນຈຸດພິເສດຂອງຕົວໜັງສືລາວ ?
ກ. ບໍ່ມີຕົວກະລັນ        ຂ. ບໍ່ມີຕົວຫ້ອຍ    ຄ. ອ່ານງ່າຍຂຽນງ່າຍ   ງ. ສະກົດຄຳຍາກ
ບັນດາແຂວງໃດທີ່ມີຈຳນວນເພດຊາຍຫຼາຍກວ່າເພດຍິງ(2015) ?
ກ. ໄຊສົມບູນ, ອຸດົມໄຊ, ຫຼວງພະບາງ                            ຂ. ຜົ່ງສາລີ, ບໍລິຄຳໄຊ, ໄຊສົມບູນ
ຄ. ໄຊສົມບູນ, ຜົ່ງສາລີ, ຫຼວງພະບາງ                             ງ. ຜົ່ງສາລີ, ບໍ່ແກ້ວ, ຄຳມ່ວນ
ໃນປັດຈຸບັນປະຊາກອນລາວນິຍົມເຮັດອາຊີບໃດຫຼາຍກວ່າໝູ່?
ກ. ຊາວນາ             ຂ. ລັດຖະກອນ                 ຄ. ນັກທຸລະກິດ             ງ. ທະຫານ
ການສຳຫຼວດປະຊາກອນຄັ້ງທຳອິດຂອງລາວເກີດຂື້ນເມຶ່ອປີໃດ?
ກ. 1377                ຂ. 1365                   ຄ. 1578                 ງ. 1745


ບົດທີ່  6
ພູມສາດການເມຶອງແລະການປົກຄອງລາວ
ອົງການໃດທີ່ເປັນຕົວແທນໃຫ້ແກ່ສິດແລະຜົນປະໂຫຍດຂອງປະຊາຊົນ?
ກ. ອົງການອາຍາການ                                          ຂ. ອົງການຕຸລາການ                                                                        ຄ. ອົງການນິຕິບັນຍັດ                                          ງ. ອົງການເສນາທິການທາງການເມືອງ
ອຳນາດບໍລິຫານປະກອບມີຫັຍງແດ່?
ກ. ປະທານປະເທດ, ນາຍົກລັດຖະມົນຕີຣ, ປະທານສະພາ                
ຂ. ປະທານປະເທດ, ຄະນະລັດຖະບານ, ການປົກຄອງທ້ອງຖິ່ນ
ຄ.ລັດຖະບານ, ປະທານສະພາ, ປະທານປະເທດ ງ. ຖືກໝົດທຸກຂໍ້
ອຳນາດທັງໝົດໃນລັດ ສ ປ ປ ລາວເປັນຂອງໃຜ?
ກ. ພັກ - ລັດ                   ຂ. ປະຊາຊົນ                ຄ. ປະທານປະເທດ      ງ. ນາຍົກລັດຖະມົນຕີຣ
ອົງການແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີເດືອນປີໃດ?
ກ. 14.​ 8. 1951             ຂ. 13. 9 .1950         ຄ. 13. 8. 1950         ງ. 15. 9 .1955
ພັກປະຊາຊົນປະຕິວັດລາວເປັນຕົວແທນໃຫ້ແກ່ຊົ່ນຊັ້ນໃດ?
ກ. ຊົນຊັ້ນກຳມະກອນ , ຊາວຜູ້ອອກແຮງງານ
ຂ. ຊົນຊັ້ນນາຍທຶນ , ເຈົ້າທີ່ດິນ
ຄ. ຊົນຊັ້ນຂຸນນາງ , ຂຸນນາງໃໝ່
ງ. ຊົນຊັ້ນຂຸນນາງເກົ່າ, ສັກດີນາ
ຂໍ້ໃດທີ່ບໍສະແດງເຖີງທາດແທ້ຂອງພັກປະຊາຊົນປະຕິວັດລາວ?
ກ. ເປັນພັກເພື່ອປະຊາຊົນຢ່າງແທ້ຈິງ                 
ຂ. ສ້າງຄວາມເປັນທຳທາງດ້ານການເມືອງ,ເສດຖະກິດ,ສັງຄົມ
ຄ.ດຳເນີນງານພາຍໃຕ້ສິດອັນຊອບທຳແລະຖຶກກົດໝາຍ
ງ. ວາງນະໂຍບສຍແຍກຊົນຊັ້ນຊົນເຜົ່າຢ່າງຊັດເຈນ
ຂໍ້ໃດບໍແມ່ນຫຼັກການດຳເນີນງານຂອງລັດແຫ່ງ ສ ປ ປ ລາວ?
ກ. ຫຼັກການນຳພາຂອງພັກປະຊາຊົນປະຕິວັດລາວ          ຂ. ຫຼັກການລວມສູນປະຊາທິປະໄຕ
ຄ. ຫຼັກການດຳເນີນການຮຸກຮານບັນດາປະເທດອ້ອມຂ້າງ       ງ. ຫຼັກການນິຕິກຳ
ຄ ຊ ປ ປ ລາວແມ່ນຊື່ຫຍໍ້ຂອງອົງການຈັດຕັ້ງໃດ?
ກ. ຂະນະຊາວໝຸ່ມປະຕິວັດປະຊາຊົນລາວ
ຂ. ຄະນະຊາວໝຸ່ມປະຊາຊົນປະຕິວັດລາວ
ຄ. ຄະນະຊະມາຊິກອົງການປົກປັກຮັກສາແຫ່ງຊາດ
ງ. ຄະນະອົງການສະມາຊິກປົກປັກຮັກສາແຫ່ງຊາດ
ຂໍ້ໃດບໍແມ່ນການປົກຄອງແຫ່ງ ສ ປ ປ ລາວ?
ກ. ແບບຂ້າທາດພາຍໃຕ້ອຳນາດເຈົ້າທາດ           
ຂ. ແບບນາຍທຶນແລະເຈົ້າທີ່ດີນຂຶ້ນປົກຄອງ
ຄ. ແບບລາຊາທິປະໄຕອຳນາດແລະສິດຂຶ້ນກັບລາຊາ
ງ. ແບບປະຊາທິປພໄຕປະຊາຊົນພາຍໃຕ້ລັດຖະທຳມະນູນແລະກົດໝາຍ
ອາຍຸການຂອງປະທານປະເທດແມ່ນຈັກປີ?
ກ.  4 ປີ                ຂ.   5 ປີ                     ຄ. 6   ປີ           ງ. 7 ປີ
ໃນປີ (2015) ປະເທດລາວປະກອບມີຈັກແຂວງ?
ກ.  16 ແຂວງ              ຂ.​  17 ແຂວງ        ຄ.   18 ແຂວງ         ງ. 19 ແຂວງ
ແມ່ນໃຜເປັນຜູ້ແຕ່ງຕັ້ງໄອຍະການທະຫານຂຶ້ນ?
ກ. ອະທິໄອຍາການປະຊາຊົນ                                   ຂ. ຮອງອະທິໄອຍະການ 
ຄ. ຄະນະປະຈຳສະພາແຫ່ງຊາດ                                 ງ. ປະທານສະພາ

ອົງການຈັກຕັ້ງສະຫະພັນກຳມະບານລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ່ເດືອນປີໃດ?
ກ. 1/ 2/ 1966         ຂ. 2/ 2/ 1965                ຄ.​1/ 2/1967     ງ. 2/ 2/ 1966
ວັນທີ່20/7/1955ແມ່ນວັນຫັຍງ?
ກ. ວັນຍຶດອຳນາດ                                    ຂ. ວັນສ້າງຕັ້ງສະຫະພັນແມ່ຍິງລາວ
ຄ. ວັນສະຖາປະນາ                                    ງ. ວັນສ້າງຕັ້ງກຳມະບານ

ບົດທີ່7
ພູມສາດຊົນນະບົດຂອງລາວ
ຮູບແບບການຕັ້ງຖິ່ນຖານໃນເຂດຊົນນະບົດເປັນແນວໃດ?
     ກ. ແບບເປັນບ້ານໃຫຍ່                                       ຂ. ແບບຢູ່ຮ່ວມກັນ
     ຄ. ເຮັດທຸລະກິດສ່ວນຕົວ                                     ງ. ຖຶກໝົດທຸກຂໍ້
ປະຊາຊົນຢູ່ເຂດຊົນນະບົດສ່ວຫຼາຍໄດ້ມີອາຊີບຫັຍງແດາ?
ກ. ເປັນຊາວກະສີກຳ     ຂ. ເປັນຊາວອຸດສາຫະກຳ     ຄ.​ເຮັດທຸລະກິດສ່ວນຕົວ   ງ. ຖືກໝົດທຸກຂໍ້
ຂໍ້ໃດແມ່ນຈຸດປະສົງຕົ້ນຕໍໃນການບຸກເບີກພື້ນທີ່ຂອງປະຊາຊົນໃນເຂດຊົນນະບົດ?
ກ. ເພື່ອປູກຝັງເຮັດໄຮ່                                        ຂ. ເພື່ອເຮັດທຸລະກິດ    
 ຄ. ເພື່ອເຮັດການອຸດສາຫະກຳ                               ງ. ບ່ອນຢູ່ອາໃສແລະເປັນບ່ອນທຳມາຫາກິນ
ບ້ານໃນເຂດຊົນນະບົດຂອງລາວແບ່ງອອກເປັນຈັກປະເພດ?
ກ.  2  ປະເພດ         ຂ.  3 ປະເພດ         ຄ.  4 ປະເພດ       ງ. 5  ປະເພດ


ຂໍ້ໃດແມ່ນປະເພດບ້ານໃນເຂດຊົນນະບົດຂອງລາວ?
ກ. ບ້ານນາ, ບ້ານໄຮ່, ບ້ານໂຄກ                   ຂ. ບ້ານທ່າ, ບ້ານນາ, ບ້ານດົງ
ຄ. ບ້ານທ່າ, ບ້ານນາ, ບ້ານໂຄກ                    ງ. ບ້ານນາ, ບ້ານໂຄກ, ບ້ານດົງ
ຂໍ້ໃດແມ່ນວິຖີຊິວິດຂອງປະຊາຊົນລາວເຂດຊົນນະບົດ?
ກ. ດຳລົງຊິວິດຢູ່ຕາມສະພາບແວດລ້ອມທາງທຳມະຊາດ
ຂ. ດຳລົງຊິວິດຕາມເຕັກໂນໂລຊີທີ່ທັນສະໄໜ
ຄ. ດຳລົງຊິວິດຕາມເສດຖະກິດ
ງ.ດຳລົງຊິວິດຕາມວັດທະນາທຳຕາມຕາເວັນຕົກ
ຂໍ້ໃດບໍ່ແມ່ນລັກສະນະຕົ້ນຕໍຂອງບ້ານນາ?
ກ. ຖືກອ້ອມຮອບດ້ວຍທົ່ງນາ                           ຂ. ເປັນບ້ານໃຫຍ່
ຄ. ຕັ້ງຢູ່ດິນເນີນສູງກາງທົ່ງນາ                            ງ. ມີຮູບຮ່າງຍາວແຄມຝັ່ງແມ່ນໍ້າ
ຂໍ້ໃດບໍ່ແມ່ນບັນຫາຕົ້ນຕໍຂອງເຂດຊົນນະບົດໃນລາວ?
ກ. ອັດຕາການເກີດສູງ                     ຂ. ການທຳລາຍຊັບພະຍາກອນຈາກການເຮັດໄຮ່
ຄ. ມີໂຮງໝໍຫຼາຍເກີນໄປ                         ງ. ມີຄວາມທຸລະກັນດານຫ່າງໄກຄວາມຈະເລີນ

ບົດທີ່ 8
ພູມສາດຕົວເມືອງໃນ ສ ປ ປ ລາວ
ບົດບາດຂອງຕົວເມືອງມີຈັກບົດບາດ?
ກ.  2  ບົດບາດ         ຂ. 3 ບົດບາດ         ຄ. 4 ບົດບາດ      ງ. 5 ບົດບາດ
ເມືອງຄັນທະບູລີເປັນເມືອງໃຫຍ່ອັນດັບໃດຂອງ ສ ປ ປ ລາວ? 
ກ. ອັນດັບທີ່ 2          ຂ. ອັນດັບທີ່ 3       ຄ. ອັນດັບທີ່ 4      ງ. ອັນດັບທີ່ 1 
ຂໍ້ໃດບໍ່ແມ່ນບົດບາດຂອງເມືອງໃນ ສ ປ ປ ລາວ?
ກ. ບົດບາດດ້ານການຄ້າ                ຂ. ບົດບາດດ້ານການທະຫານ
ຄ. ບົດບາດດ້ານການເມືອງ                         ງ. ບົດບ້ານດ້ານກະສີກຳ
ຂໍ້ໃດແມ່ນສະແດງໃຫ້ເຫັນສະພາບຂອງຕົວເມືອງໃນລາວ?
ກ. ອັດຕາການເກີດສູງ        ຂ. ບໍ່ມີຄວາມໝັ້ນຄົງທາງດ້ານການເມືອງ
ຄ.    ປະຊາກອນທຸກຍາກ                ງ. ມີຄວາມສີວີໄລ
ເມືອງຫຼວງພະບາງໃນອະດິດມີຊື່ວ່າແນວໃດ?
ກ. ເມຶອງຊວາ      ຂ. ເມຶອງຊຽງດົງ      ຄ. ເມືອງລ້ານຊ້າງ      ງ. ເມືອງສີແດງ
ສາເຫດຕົ້ນຕໍໃດທີ່ເຮັດໃຫ້ເມືອງຫຼວງພະບາງເປັນເມືອງມໍລະດົກໂລກ ?
ກ. ຍ້ອນເປັນເມືອງທີ່ເຕັມໄປດ້ວຍ ຊັບພະຍາກອນທຳມະຊາດ
ຂ. ຍ້ອນມີມໍລະດົກທາງວັດຖູ ແລະ ວັດທະນະທຳທີ່ອຸດົມສົມບູນ
ຄ. ຍ້ອນມີ ຊາວຕ່າງຊາດຫຼາຍ
ງ. ຍ້ອນເປັນເມືອງທີ່ ບໍ່ມີຢາເສບຕິດ
ຂໍ້ໃດບໍ່ແມ່ນຂໍ້ມູນຂອງເມືອງຫຼວງພະບາງ ?
ກ. ໃນອະດີດມີຊື່ວ່າ ເມືອງຊວາ
ຂ. ເປັນເມືອງທີ່ຫາກໍ່ສ້າງຂື້ນໃນປີ ຄສ 2015
ຄ. ໄດ້ຖືກຮອງຮັບໃຫ້ເປັນເມືອງມໍລະດົກໂລກ
ງ. ເປັນເມືອງທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ດີ
ຂໍ້ໃດບໍ່ແມ່ນຂໍ້ມູນຂອງເມືອງຄັນທະບູລີ ?
ກ. ເປັນເມືອງໃຫຍ່ອັນດັບ ສອງ ຂອງ ສ.ປ.ປ ລາວ
ຂ. ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍສະຕະວັດທີ່ 19
ຄ. ເປັນເມືອງທີ່ດ້ອຍພັດທະນາ
ງ. ເປັນສູນກາງການທ່ອງທ່ຽວຢູ່ພາກໃຕ້

ສາເຫດຕົ້ນຕໍໃດທີ່ເຮັດໃຫ້ເມືອງປາກເຊ ເປັນເມືອງທີ່ສຳຄັນດ້ານເສດຖະກິດ?
ກ. ຍ້ອນມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ
ຂ. ຍ້ອນປະຊາກອນດຸໜັ່ນ
ຄ. ຍ້ອນມີການເມືອງທີ່ໜັ້ນຄົງ
ງ. ຍ້ອນມີແຫຼ່ງທ່ອງທ່ຽວຫຼາຍ
 ວັດພູຈຳປາສັກໄດ້ຖືກຮອງຮັບໃຫ້ເປັນ ມໍລະດົກໂລກປິໃດ?
ກ. ປີ 2002     ຂ. ປີ 2000  ຄ. ປີ 2015  ງ. ປິ 2018
 ເມືອງທ່າເເຂກຖືກສ້າງຕັ້ງຂຶ້ນໃນສະໄໝໃດ ?
ກ. ສະໄໝພວກລ່າເມືອງຂຶ້ນຟຮັ່ງປົກຄອງລາວ
ຂ. ສະໄໝເຈົ້າຟ້າງຸ່ມ
ຄ. ສະໄໝພະເຈົ້າໄຊຍະເສດຖາທິລາດ
ງ. ສະໄໜສັກດີນາສະຫຍາມຮຸກຮານລາວ
ໃນການພັດທະນາເມືອງນ້ອຍໃຫ້ມີຄວາມຈະເລີນຮຸ່ງເຮືອງຕ້ອງເເນ່ໃສ່ດ້ານໃດເປັນຕົ້ນຕໍ?
ກ. ດ້ານກະສິກຳ    
ຂ. ດ້ານເສດຖະກິດ ການຄ້າ
ຄ. ດ້ານການທ່ອງທ່ຽວ
ງ. ດ້ານການກະສິກຳ

ບົດທີ່ 9    ພູມສາດການທ່ອງທ່ຽວ
 ຂໍ້ໃດບໍ່ແມ່ນຄວາມສຳຄັນຕໍ່ທ້ອງຖິ່ນຂອງການທ່ອງທ່ຽວ ?
ກ. ຊ່ວຍໃຫ້ປະຊາຊົນໃນທ້ອງຖິ່ນຮັກ ແລະ ຫວງແຫນທຳມະຊາດ
ຂ. ຊ່ວຍໃຫ້ມີການສືບທອດວັດທະນະທຳ ແລະ ຮີດຄອງປະເພນີ
ຄ. ຊ່ວຍໃຫ້ຟົນຕົກຖືກຕ້ອງຕາມລະດູການ
ງ. ຊ່ວຍໃຫ້ເກິດວິວັດທະນາການດ້ານວິຖິຊິວິດຂອງປະຊາຊົນ
 ຂໍ້ໃດແມ່ນທຸລະກິດທີ່ໄດ້ປະໂຫຍດຈາກການທ່ອງທ່ຽວຫຼາຍກວ່າໝູ່?
ກ. ທູລະກິດຮ້ານອາຫານ
ຂ. ທຸລະກິດການສໍ່ສ້າງ
ຄ. ທຸລະກິດການຂູດຄົ້ນບໍ່ແຮ່
ງ. ທຸລະກິດດ້ານການເເພດ
ຂໍ້ໃດບໍ່ແມ່ນອົງປະກອບທີ່ສຳຄັນຂອງການທ່ອງທ່ຽວ?
ກ. ນັກທ່ອງທ່ຽວ    ຂ. ນັກທູລະກິດ   ຄ. ການໂຄສະນາ   ງ. ການຄົມມະນາຄົມ

 ຈາກຄວາມສູງຂອງພຶ້ນທີ່ສາມາດດຶງດູດນັ່ງທ່ອງທ່ຽວປະເພດໃດຫຼາຍທີ່ສຸດ?
ກ. ນັກທ່ອງທ່ຽວທີ່ມັກທ່ອງທ່ຽວຕາມຕົວເມືອງ
ຂ. ນັກທ່ອງທ່ຽວທີ່ມັກຄວາມທ້າທາຍໃນການປີນພູສູງ
ຄ. ນັກທ່ອງທ່ຽວທີ່ມັນຮັກໃນອາຫານ
ງ. ນັກທ່ອງທ່ຽວທີ່ມັກໃນຄວາມສະບາຍ
 ຂໍ້ໃດບໍ່ແມ່ນລັກສະນະຂອງພູມສາດການທ່ອງທຽ່ວລາວ ?.
ກ. ລັກສະນະພູມສາດກາຍຍະພາບ ຄ. ລັກສະນະທາງປະຫວັດສາດ
ຂ. ລັກສະນະທາງເສດຖະກີດ ງ. ລັກສະນະຮຸກຮານ
 ຂໍ້ໃດບໍ່ແມ່ນບົດບາດໃນການທ່ອງທຽ່ວ ?.
ກ. ການທ່ອງທຽ່ວພາໃຫ້ເກີດການອານຸລັກຟື້ນຟູແລະອານຸລັກສີລະປະວັດທະນະທຳ
ຂ. ການທ່ອງທຽ່ວພາໃຫ້ເກີດມີການສືບທອດດ້ານສັງຄົມ ແລະ ວັດທະນະທຳ
ຄ. ການທ່ອງທ່ຽວໄດ້ນຳເອົາຄວາມຈະເລີນທາງດ້ານຄົມມະນາຄົມໃປສູ່ທ້ອງຖີ່ນ
ງ. ການທ່ອງທ່ຽວພາໃຫ້ເກີດມົນລະພີດ
 ໜອງເທວະດາຕັ້ງຢູ່ແຂວງໃດຂອງປະເທດລາວ ?. 
ກ. ຄຳມ່ວນ ຂ. ວຽງຈັນ ຄ. ຈຳປາສັກ ງ. ອັດຕະປື
 ຂໍ້ໃດບໍ່ແມ່ນນ້ຳຕົກຕາດທີ່ຢູ່ປະເທດລາວ ?. 
ກ. ຕາດກວາງຊີ ຂ. ຕາດແສ້ ຄ. ຄອນພະເພັງ ງ. ນ້ຳຕົກຕາດແມ່ຍະ
 ຂໍ້ໃດແມ່ນຜົນກະທົບດ້ານອ່ອນຂອງການທ່ອງທ່ຽວ ?. 
ກ. ເຮັດໃຫ້ວັດທະນາທຳມີການປຽ່ນແປງ ຂ. ມີການອານຸລັກຮີດຄອງປະເພນີ
ຄ. ນຳລາຍໄດ້ເປັນເງີນຕາຕ່າງປະເທດ ງ. ສົ່ງຜົນຕໍ່ສະພາບແວດລ້ອມ
ຂໍ້ໃດແມ່ນນະໂຍບາຍຂອງພັກເພື່ອການພັດທະນາການທ່ອງທຽ່ວ ?.
ກ. ປັບປຸງວງກງານອຸດສາຫະກຳການທ່ອງທ່ຽວໃຫ້ມີຄຸນນະພາບດີຂື້ນ
ຂ. ປົກປັກຮັກສາວັດຖູບູຮານ, ບູຊະນີຍະສະຖານ, ວັດທະນາທຳ ແລະ ຊັບພະຍາກອນທຳມະຊາດ
ຄ. ແນ່ໃສ່ສ້າງສາຍພົວພັນກັບຕ່າງປະເທດເພື່ອສັນຕິພາບ
ງ. ຖືກໝົດ



ບົດທີ່ 10      ສະພາບລວມດ້ານເສດຖະກິດຂອງ ສ.ປ.ປ ລາວ
ໃນປັດຈຸບັນຮູບແບບເສດຖະກິດສິນຄ້າກົນໄກການຕະຫຼາດປະກອບດ້ວຍຈັກພາກສ່ວນ?
ກ.  3 ພາກສ່ວນ
ຂ. 2 ພາກສ່ວນ
ຄ. 5 ພາກສ່ວນ
ງ. 6 ພາກສ່ວນ
ຂໍ້ໃດບໍ່ແມ່ນພາກສ່ວນຮູບແບບເສດຖະກິດກົນໄກການຕະຫຼາດໃນປັດຈູບັນ?
ກ. ເສດຖະກິດເອກະຊົນ                   ຂ. ລັດວິສະຫະກິດ
ຄ. ເສດຖະກິດປະສົມ                      ງ. ເສດຖະກິດການຄ້າຂາດດຸນທາງການເງິນ
ຂໍ້ໃດແມ່ນລັກສະນະຂອງເສດຖະກິດທຳມະຊາດ?
ກ. ມີການເເກ້ງເເຍ້ງແຂ່ງຂັນ         ຂ. ຜະລິດເພື່ອໃຊ້ສອຍກຸ້ມຕົນເອງ
ຄ. ເປົ້າໝາຍແມ່ນເພື່ອການເເລກປ່ຽນ    ງ. ມີການພົວພັນກັບຕ່າງປະເທດ
ຂໍ້ໃດບໍ່ຖືກຕ້ອງ
ກ. ເສດຖະກິດການຕະຫຼາດເປັນເສດຖະກິດທີ່ມີການຂະຫຍາຍຕົວໃນລະດັບສູງ
ຂ. ເສດຖະກິດທຳມະຊາດແມ່ນເສດຖະກິດທີ່ຜະລິດເພື່ອໃຊ້ສອຍກຸ້ມຕົນເອງ
ຄ. ເສດຖະກິດຕະຫຼາດບໍ່ມີການເເກ່ງເເຍ້ງແຂ່ງຂັນ
ງ. ເສດຖະກິດສິນຄ້າແມ່ນໄລຍະເລີ່ມຕົ້ນຂອງເສດຖະກິດຕະຫຼາດ
ຂໍ້ໃດແມ່ນຮູບເເບບຕົ້ນຕໍຂອງການດຳເນີນການຜະລິດ ດ້ານເສດຖະກິດໃນເຂດປົດປ່ອຍ?
ກ. ເສດຖະກິດລວມໝູ່ ແລະ ເສດຖະກິດລັດ         ຂ. ເສດຖະກິດລວມໝູ່ ແລະ ເສດຖະກິດຕະຫຼາດ        
ຄ. ເສດຖະກິດລັດ ແລະ ເສດຖະກິດການເມຶອງ       ງ. ເສດຖະກິດການເມືອງ ແລະ ເສດຖະກິດການຄ້າ
ຜົນສຳເລັດດ້ານກະສິກຳໃນເສດຖະກິດລາວມີຈັກດ້ານ?
ກ. 3 ດ້ານ     ຂ. 4 ດ້ານ     ຄ. 5 ດ້ານ   ງ. ຫຼາຍກວ່າ 9 ດ້ານ
ຂໍ້ໃດແມ່ນຄວາມໝາຍຂອງ  ການຫຍໍ້ທໍ້ຂອງເສດຖະກິດສິນຄ້າກົນໄກຕະຫຼາດ
ກ. ດ້ານບໍ່ດີຂອງເສດຖະກິດກົນໄກການຕະຫຼາດ
ຂ. ດ້ານດີຂອງເສດຖະກິດກົນໄກການຕະຫຼາດ
ຄ. ດ້ານການເມືອງຂອງເສດຖະກິດກົນໄກການຕະຫຼາດ
ງ. ດ້ານເດັ່ນຂອງເສດຖະກິດກົນໄກການຕະຫຼາດ
ຂໍ້ໃດສະເເດງໃຫ້ເຫັນເຖີງສະພາບການຂອງຂະແໜງຫັດຖະກຳກ່ອນປີ 1975 ?
ກ. ບໍ່ສາມາດຜະລິດເປັນສິນຄ້າສົ່ງອອກ            ຂ. ການຜະລິດດຳເນີນໄດ້ຢ່າງສະດວກສະບາຍ
ຄ. ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່          ງ. ສິນຄ້າຫັດຖະກຳລົ້ນຕະຫຼາດ
ຂະແໜງໃດບໍ່ໄດ້ຮັບການພັດທະນາໃນແຜນການພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ່ 1 ຂອງລາວ
ກ. ຂະແໜງການທ່ອງທ່ຽວ         ຂ. ຂະເເໜງການກະສິກຳ     
ຄ. ຂະແໜງອຸດສາຫະກຳ            ງ. ຂະແໜງການຄົມມະນາຄົມ
ຂໍ້ໃດບໍ່ແມ່ນນະໂຍບາຍຂອງລັດຖະບານ ຕໍ່ກັບການພັດທະນາການກະສິກຳ
ກ. ມອບດິນ ແລະ ປ່າໃຫ້ແກ່ປະຊາຊົນ               ຂ. ໃຫ້ຄວາມຮູ້ເລື່ອງການກຳສິກຳແກ່ປະຊາຊົນ
ຄ. ສ້າງຊົນລະປະທານ                                ງ. ສ້າງໂຮງງານອຸດສາຫະກຳ

ບົດທີ່ 11   ຍຸດທະສາດການພັດທະນາເສດຖະກິດລາວປິ 2000-2020
ສ.ປ.ປ ລາວ ຕັ້ງຢູ່ພາກສ່ວນໃດຂອງທະວີບອາຊີ
ກ.  ອາຊີຕາເວັນອອກສ່ຽງເໜືອ
ຂ.  ອາຊີຕາເວັນອອກສ່ຽງໃຕ້
ຄ. ອາຊີໃຕ້
ງ. ອາຊີເໜຶອ
ຂໍ້ໃດບໍ່ແມ່ນຂໍ້ສະດວກຂອງການພັດທະນາເສດຖະກິດໃນລາວ?
ກ. ດິນຟ້າອາກາດເໜາະເເກ່ການເຮັດການກະສິກຳ
ຂ. ມີເເຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ
ຄ. ມີປ່າໄມ້ລາຄາເເພງ
ງ. ມີສີ່ໝວດພາສາທີ່ແຕກຕ່າງກັນ
ໂຄງລ່າງພຶ້ນຖານຂອງເສດຖະກິດລາວມິລັກສະນະແນວໃດ?
ກ.  ມີລັກສະນະອຸດົມສົມບູນ            ຂ. ມີລັກສະນະກວ້າງຂວາງ
ຄ.  ມີລັກສະນະຂາດເຂີນ                ງ. ມີລັກສະນະຂະຫຍາຍຕົວສູງ
ຂໍ້ໃດແມ່ນຂໍ້ຈຳກັດທາງດ້ານເສດຖະກິດຂອງລາວ?
ກ. ແຫຼ່ງຊັບພະຍາກອນທຳມະຊາດມີທ່າອ່ຽງເພີ່່ມຂຶ້ນ
ຂ. ລະບົບການສຶກສາຂະຫຍາຍຕົວ ແລະ ມີມາດຕະຖານ
ຄ. ປະຊາຊົນໃນປະເທດມີການສຶກສາສູງ
ງ. ເນື້ອທີ່ສ່ວນຫຼາຍເປັນເຂດພູດອຍ
ຍຸດທະສາດ ການພັດທະນາດ້ານສັງຄົມ ປະກອບມີການພັດທະນາດ້ານໃດແດ່?
ກ. ດ້ານຊັບພະຍາກອນມະນຸດ ແລະ ດ້ານການບໍລິການ
ຂ. ດ້ານການເມືອງ ແລະ ສັງຄົມ
ຄ. ດ້ານການທ່ອງທ່ຽວ ແລະ ວັດທະນະທຳ
ງ. ດ້ານການຄົມມະນາຄົມຂົ່ນສົ່ງ
ຂໍ້ໃດບ່ໍສະເເດງເຖິງແຜນການຍຸດທະສາດການພັດທະນາຂະເເໜງກະສິກຳຂອງ ລາວ?
ກ. ​ສ້າງ ແລະ ພັດທະນາສະຖາບັນການຄົ້ນຄົ້ນກ່ຽວກັບກະສິກຳເພື່ອໃຫ້ຄວາມຮູ້ແກ່ຊາວກະສິກອນ
ຂ. ສ້າງຊົນລະປະທານເພື່ອເອື້ອອຳນວຍແກ່ການເຮັດກະສິກຳ
ຄ. ສົ່ງເສີມການເຮັດໂຮງງານອຸດສາຫະກຳ
ງ. ຫັນເປັນກົນຈັກ ແລະ ຊີວະກຳສິກຳ ເພື່ອແນ່ໃສ່ຄຸນນະພາບການຜະລິດ


ຂໍ້ໍໃດຢູ່ໃນແຜນການຍຸດທະສາດການພັດທະນາທາງສັງຄົມ
ກ. ການພັດທະນາຂະແໜງການໄຟຟ້າ
ຂ. ການພັດທະນາດ້ານຊັບພະຍາກອນມະນຸດ
ຄ. ການພັດທະນາອູດສາຫະກຳທ່ອງທ່ຽວ
ງ. ການພັດທະນາຂະແໜງເຕັກໂນໂລຊີ
ການພັດທະນາຂະແໜງການໄຟຟ້າເປັນແຜນການໃນຍຸດທະສາດໃດ?
ກ. ຍູດທະສາດການພັດທະນາຂະແໜງການສະໜັບສະໜູນ
ຂ. ຍຸດທະສາດການພັດທະນາທາງດ້ານສັງຄົມ
ຄ. ຍູດທະສາດການພັດທະນາຂະແໜງການລຸລິດມະສິດ
ງ. ຍຸດທະສາດການພັດທະນາຂະແໜງການເເພດ
ການພັດທະນາທາງດ້ານຊັບພະຍາກອນມະນຸດແມ່ນໄດ້ເນັ້ນໃສ່ດ້ານໃດເປັນຕົ້ນຕໍໍ?
ກ. ດ້ານການສຶກສາ
ຂ. ດ້ານອູດສາຫະກຳ
ຄ. ດ້ານຫັດຖະກຳ
ງ. ດ້ານການເມືອງ
ຂໍ້ໃດບໍ່ແມ່ນແຜນການຍຸດທະສາດດ້ານການພັດທະນາຊັບພະຍາກອນມະນຸດ?
ກ. ການປະຕິຮູບການສຶກສາທຸກລະດັບ
ຂ. ເຜີຍແຜ່ໃຫ້ຄວາມຮູ້ທາງດ້ານສາທາລະນະສຸກ
ຄ. ສຸມໃສ່ພັດທະນາຫຼັກສຸດການສຶກສາຂັ້ນຕ່າງໆ
ງ. ພັດທະນາລະບົບໂອນເງິນໃຫ້ທັນສະໄໝ
ຂໍ້ໃດແມ່ນຍຸດທະສາດດ້ານການພັດທະນາຊັບພະຍາກອນມະນູດ
ກ. ປະຕິຮູບການສຶກສາທຸກລະດັບ
ຂ. ພັດທະນາເສັ້ນທາງຄົມມະນາຄົມ
ຄ. ສົ່ງເສີມການຜະລິດສິນຄ້າອູດສາຫະກຳ
ງ. ພັດທະນາລະບົບຄວາມປອດໄພໃນທະນາຄານ

ບົດທີ່ 12      ການກະສິກຳ
ແຂວງໃດໃນລາວແມ່ນມີຜົນຜະລິດເຂົ້ານາເເຊງເດັ່ນກວ່າໝູ່?
ກ. ແຂວງສະຫັວນນະເຂດ                  ຂ. ແຂວງນະຄອນຫຼວງວຽງຈັນ
ຄ. ແຂວງຄຳມ່ວນ                          ງ. ແຂວງຊຽງຂວາງ

ຜົນຜະລິດເຂົ້າໄຮສວນໃຫຍ່ແມ່ນມາຈາກເຂດພາກໃດຂອງລາວ?
ກ. ຢຸ່ທາງເຂດພາກຕາເວັນອອກ                 ຂ. ຢຸ່ທາງເຂດພາກຕາເວັນຕົກ
ຄ. ຢູ່ທາງເຂດພາກເໜືອຂອງລາວ               ງ. ຢຸ່ທາງເຂດພາກໃຕ້ຂອງລາວ
ຜົນຜະລິດທີ່ສ້າງລາຍໄດ້ແລະຊື່ສຽງຊອງ ສ ປ ປ ລາວແມ່ນຂໍ້ໃດ? 
ກ. ກາເຟ         ຂ. ອ້ອຍ          ຄ. ຝ້າຍ           ງ. ສາລີ
ໃນປະເທດລາວແຂວງໃດລ້ຽງງົວຫຼາຍກວ່າໝູ່ (ປີ 2008)?
ກ. ແຂວງຫຼວງພະບາງ                 ຂ. ແຂວງຫົວພັນ
ຄ. ແຂວງສະຫັວນນະເຂດ             ງ. ແຂວງຄຳມ່ວນ
ຂໍ້ໃດແມ່ນຈູດພິເສດທີ່ເຮັດໃຫ້ແຕ່ລະທ້ອງຖິ່ນໃນລາວມີຄວາມແຕກຕ່າງກັນແນວໃດ?
ກ. ຈູດພິເສດດ້ານວັດທະນາທຳແລະມຸນເຊື້ອໃນການຜະລິດຂອງລາວ
ຂ. ຈູດພິເສດດ້ານສັງຄົມແລະມຸນເຊື້ອໃນການຜະລິດຂອງລາວ
ຄ. ຈູດພິເສດດ້ານເສດຖະກິດແລະມຸນເຊື້ອໃນການຜະລິດຂອງລາວ
ງ. ຈູດພິເສດດ້ານທຳມະຊາດແລະມຸນເຊື້ອໃນການຜະລິດຂອງລາວ
ດິນຢຸ່ ສ ປ ປ ລາວແບ່ງອອກເປັນຈັກປະເພດ?
ກ. 2 ປະເພດ        ຂ. 3 ປະເພດ         ຄ. 4 ປະເພດ     ງ. 5 ປະເພດ
ເຂດການຜະລິດກະສີກຳຂອງຄົນລາວແບ່ງອອກເປັນຈັກເຂດ?
ກ. 3 ເຂດ         ຂ. 4 ເຂດ              ຄ. 5 ເຂດ        ງ.​ 6 ເຂດ
ປະຊາຊົນລາວທີ່ອາໄສຢຸ່ລຽນຕາມແມ່ນ້ຳຂອງກວມປະມານ?
ກ. 55.6%       ຂ.66.6%           ຄ. 77.6%        ງ. 88.6%
ປະລິມານນ້ຳຝົນໂດຍສະເລ່ຍມີປະລິມານຈັກ ມມ ຕໍ່ປີ? 
ກ. 4000 ມມ/ຕໍ່ປີ       ຂ.  3000  ມມ/ຕໍ່ປີ        ຄ. 2000 ມມ/ຕໍ່ປີ         ງ.  1000  ມມ/ຕໍ່ປີ
ປະເທດລາວມີອູນຫະພຸມໂດຍສະເລ່ຍປະມານຈັກອົງສາ?
ກ. 23ໍ-25ໍ c                               ຂ.  21 ໍ- 25  c               
         ຄ.   24ໍ - 25ໍ c                            ງ.  25ໍ - 26ໍ c
ຂະແໜງການໃດທີ່ຜະລິດສະບຽງອາຫານ?
ກ. ຂະແໜງກະສິກຳ                ຂ. ຂະແໜງສາທາລະນະສູກ
ຄ. ຂະແໜງການສຶກສາ             ງ. ຂະແໜງການຄົມມະນາຄົມ
ຂ້ໍແມ່ນຄວາມໝາຍຂອງຂະແໜງກະສິກຳ ?
ກ. ການຄ້າ ແລະ ການບໍລິການ              ຂ. ການປູກຝັງ ແລະ ລ້ຽງສັດ
ຄ. ການຄົມມະນາຄົມຂົນສົ່ງ                ງ. ອຸດສາຫະກຳໜັກ ແລະ ການຂຸດຄົ້ນຊັບພະຍາກອນ
ຂະແໜງການກະສິກຳໄດ້ສ້າງຜົນຜະລິດໃດເປັນຕົ້ນຕໍ ?
ກ. ຜົນຜະລິດດ້ານເຄື່ອງປະດັບ                  ຂ. ຜົນຜະລິດດ້ານສະບຽງອາຫານ
ຄ. ຜົນຜະລິດດ້ານເຄື່ອງຫັດຖະກຳ             ງ. ຜົນຜະລິດດ້ານເຄື່ອງໃຊ້ສອຍ
ສາເຫດຕົ້ນຕໍໃດທີ່ເຮັດໃຫ້ດິນຢູ່ປະເທດລາວເເບ່ງອອກເປັນຫຼາຍປະເພດ ?
ກ. ຍ້ອນການເຮັດກະສິກຳ              ຂ. ຍ້ອນການຄົມມະນາຄົມ
ຄ. ຍ້ອນປັດໄຈທາງທຳມະຊາດ         ງ. ຍ້ອນການຂຸດຄົ້ນບໍ່ແຮ່
ດິນທີ່ຜຸຜຸ່ຍ ດູດຊຶມນ້ຳໄດ້ດີເໝາະແກ່ການປູກຝັງ ແມ່ນຄຸນລັກສະນະຂອງດິນຊະນິດໃດ?
ກ. ດິນພູ         ຂ. ດິນແຟລາຮິດ       ຄ. ດິນສັນດອນ      ງ. ດິນໜຽວ
ຂໍ້ໃດບ່ໍແມ່ນຄຸນລັກສະນະຂອງດິນແຟຣາລິດ ?
ກ. ຊຶມຊັບນ້ຳໄດ້ດີ       ຂ. ມີທາດຟຸ່ນໃນດິນໜ້ອຍ    ູຄ. ບໍ່ເໝາະສົມແກ່ການປູກພຶດພັນທັນຍາຫານ
ງ. ເໝາະສົມແກ່ການປູກປ່າ
ເຂດແຄມຝັ່ງແມ່ນ້ຳຂອງມີຄວາມສຳຄັນຕໍ່ຂະແໜງການໃດຫຼາຍທີ່ສູດ?
ກ. ຂະແໜງການຫັດຖະກຳ             ຂ. ຂະແໜງການຄົມມະນາຄົມ 
ຄ. ຂະແໜງການກະສິກຳ               ງ. ຂະແໜງການອຸດສາຫະກຳ


ບົດທີ່   13    ຂະແໜງອຸດສາຫະກຳ ແລະ ຫັດຖະກຳ
ໃນບັນດາປະເທດທີ່ພັດທະນາແລ້ວໄດ້ຮັບລາຍໄດ້ຈາກຂະແໜງການໃດຫຼາຍທີ່ສຸດ?
ກ. ຂະແໜງການກະສິກຳ            ຂ. ຂະແໜງອຸດສາຫະກຳ         ຄ. ຂະແໜງການຄົມມະນາຄົມ
ງ. ຂະແໜງການຫັດຖະກຳ
ສາເຫດຕົ້ນຕໍໃດທີ່ເຮັດໃຫ້ຂະແໜງອຸດສາຫະກຳໃນລາວຂະຫຍາຍຕົວຊ້າ?
ກ. ເຕັກນິກວິທະຍາສາດບໍ່ທັນສະໄໝ                 ຂ. ການເເພດບໍ່ທົ່ວເຖິງ
ຄ. ປະຊາຊົນຂີ້ຄ້ານ                                    ງ. ການບໍ່ລິການທີ່ຜິດພາດຂອງລັດທະບານ
ໂຮງງານດິນຈີ່ຖືກບັນຈຸຢູ່ໃນອູດສາຫະກຳຂະແໜງໃດ ?
ກ. ອູດສາຫະກຳປະກອບ ແລະ ສ້ອມແປງກົນຈັກ
ຂ. ອຸດສາຫະກຳວັດສະດຸກໍ່ສ້າງ
ຄ. ອຸດສາຫະກຳເຄມີ
ງ. ອຸດສາຫະກຳປ່າໄມ້




ສາເຫດຕົ້ນຕໍໃດທີ່ເຮັດໃຫ້ຂະແໜງອູດສາຫະກຳໃນລາວກ່ອນການປົດປ່ອຍຂະຫຍາຍຕົວຊ້າ?
ກ. ຍ້ອນບັນດາຂະແໜງອູດສາຫະກຳຕົກຢູ່ໃນກຳມືຂອງພວກລ່າເມືອງຂຶ້ນ
ຂ. ຍ້ອນການກະສິກຳຂະຫຍາຍຕົວໄວ
ຄ. ຍ້ອນປະຊາຊົນທຸກຍາກ
ງ. ຍ້ອນສະພາບອາກາດພູມີປະເທດບໍ່ເໝາະສົມ
ໃນໄລຍະເບຶ້ອງຕົ້ນຂອງອຸດສາຫະກຳລາວແມ່ນອຸດສາຫະກຳໃດທີ່ເກິດຂື້ນມາກ່ອນໝູ່? 
ກ. ອຸດສາຫະກຳປ່າໄມ້             ຂ. ອຸດສາຫະກຳປຸງແຕ່ງ        ຄ. ອູດສາຫະກຳຂຸດຄົ້ນກົ່ວ
ງ. ອຸດສາຫະກຳວັດສະດູກໍ່ສ້າງ
ອຸດສາຫະກຳຂຸດຄົ້ນບໍ່ກົ່ວໃນລາວແມ່ນຢຸ່ເເຂວງໃດ?
ກ. ເເຂວງຄຳມ່ວນ          ຂ. ເເຂວງວຽງຈັນ          ຄ. ແຂວງສະຫວັນນະເຂດ
ງ. ເເຂວງບໍເເກ້ວ
ອຸດສາຫະກຳໃນປະເທດລາວປະກອບມີຈັກຂະແໜງການ?
ກ. 5 ຂະແໜງ       ຂ. 6 ຂະແໜງ          ຄ.​7 ຂະແໜງ        ງ. 8 ຂະແໜງ
ພາຍຫຼັງການປົດປ່ອຍອຸດສາຫະກຳຂອງລາວມີການຂະຫຍາຍຕົວຢູ່ໃນຮູບແບບໃດ?
ກ. ກຳລັງຂະຫຍາຍຕົວ          ຂ. ຂະຫຍາຍຕົວຊັກຊ້າ        ຄ. ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ
ງ.​ບໍ່ມີການຂະຫຍາຍຕົວ
ມະຕິກອງປະຊູມຂອງຄະນະບໍລີຫານສູນກາງພັກທີ່ໄດ້ປະຊຸມກັນເລື່ອງການຫັນເປັນອຸດສາຫະກຳແລະ ທັນສະໄໝແມ່ນເປິດຂຶ້ນໃນວັນທີ່ເດືອນປິໃດ?
ກ. 29 ມີນາ 2001
ຂ. 28 ມີນາ  2001
ຄ. 23 ມີນາ 2002
ງ. 27 ເມສາ 2002
ເພື່ອການຂະຫຍາຍເສດຖະກິດລັດຖະບານລາວໄດ້ເຈາະຈົງໃສ່ອຸດສາຫະກຳໃດເປັນຕົ້ນຕໍ?
ກ. ອຸດສາຫະກຳສ້ອມແປງກົນຈັກ             ຂ. ອຸດສາຫະກຳສ້ອມແປງປ່າໄມ້ 
ຄ. ອູດສາຫະກຳຕໍາແຜ່ນ                       ງ.​ ອຸດສາຫະກຳໄຟຟ້າ

ບົດທີ່ 14   ຂະແໜງການຄົມມະນາຄົມ ແລະ ການສື່ສານ
ຂໍ້ໃດແມ່ນຈຸດປະສົງຂອງການພັດທະນາຂະແໜງການຄົມມະນາຄົມຂົ່ນສົ່ງ ?
ກ. ສ້າງເງຶ່ອນໄຂໃຫ້ເສດຖະກິດອື່ນໆມີການຂະຫຍາຍຕົວ
ຂ. ຊຸກຍູ້ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
ຄ.​ເພື່ອເຮັດໃຫ້ສັງຄົມມີຄວາມຍຸດູຕິທຳ
ງ. ເຮັດໃຫ້ປະຊາຊົນໄດ້ມີການສຶກສາ

ບັນດາປັດໄຈທີ່ສົ່ງຜົນສະທ້ອນເຖິງວຽກງານການຄົມມະນາຄົມຂົນສົ່ງໃນລາວມີປັດໃຈໃດແດ່?
ກ.​ປັດໃຈທາງດ້ານການເມືອງ ແລະ ທຳມະຊາດ
ຂ. ປັດໃຈທາງດ້ານທຳມະຊາດ ແລະ ປັດໄຈທາງສັງຄົມ - ເສດຖະກິດ
ຄ.​ ປັດໃຈທາງສິ່ງເເວດລ້ອມ ແລະ ປັດໄຈທາງເສດຖະກິດ
ງ.​ ປັດໄຈດ້ານເສດຖະກິດ ການເມືອງ
ຂໍ້ໃດແມ່ນຜົນດີຂອງການເປັນປະເທດປິດຂອງ ສ.ປ.ປ ລາວ
ກ.​ເປັນເສັ້ນທາງຜ່ານຂອງບັນດາປະເທດໃກ້ຄຽງ
ຂ. ເປັນສູນລວມຂອງນັກທ່ອງທ່ຽວ
ຄ. ເປັນຈູດເດັ່ນຂອງປະເທດໃກ້ຄຽງ
ງ. ເປັນສູນກາງຂອງການຄ້າຂາຍ
ເຂດພູສູງຂອງປະເທດລາວສ່ວນໃຫຍ່ປົກຄຸມພາກໃດຂອງປະເທດ?
ກ. ພາກເໜຶອ,ພາກຕາເວັນອອກສ່ຽງເໜຶອ
ຂ. ພາກຕາເວັນອອກສ່ຽງໃຕ້
ຄ. ພາກຕາເວັນຕົກ ແລະ ພາກຕາເວັນອອກ
ງ.​ ພາກເໜຶອ ແລະ ພາກຕາເວັນອອກ
ປະເທດລາວນອນຢູ່ໃນເຂດພູມອາກາດແບບໃດ?
ກ. ພູມອາກາດໜາວ
ຂ.​ພູມອາກາດຮ້ອນສຸ່ມມໍລະສຸມ
ຄ.​ພູມອາກາດຮ້ອນ
ງ.​ພູມອາກາດໜາວ ແລະ ຮ້ອນ
ປະເທດລາວປະກອບມີລະດູການໃດແດ່?
ກ. ລະດູແຫຼ້ງ ແລະ ລະດູໃບໄມ້ຫຼົ່ນ
ຂ.​ລະດູຝົນ ແລະ ລະດູແຫຼ້ງ
ຄ. ລະດູໜາວ ແລະ ລະດູໃບໄມ້ປົ່ງ
ງ. ລະດູໃບໄມ້ຫຼົ່ນແລະ ລະດູໃບໄມ້ປົ່ງ
ລະດູໃດທີ່ເໜາະສົມເເກ່ການຄົມມະນາຄົມຂົນສົ່ງ ?
ກ.​ ລະດູແລ້ງ
ຂ. ລະດູຝົນ
ຄ.​ລະດູໜາວ
ງ.​ລະດູຮ້ອນ



ຂໍ້ໃດແມ່ນຈຸດປະສົງຂອງພັກໃນນະໂຍບາຍວຽກງານການຄົມມະນາຄົມຂົນສົ່ງ?
ກ. ເພື່ອສ້າງເງຶ່ອນໄຂໃຫ້ເສດຖະກິດອື່ນມີການຂະຫຍາຍຕົວ
ຂ. ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກ
ຄ.​ເພື່ອຄວາມໜັ່ນຄົງຂອງຊາດ
ງ.​ເພື່ອປ້ອງກັນສັດຕູບໍ່ໃຫ້ມາຮູກຮານ
ເຂດພາກໃດຂອງລາວທີ່ພົບຄວາມຫຍຸ້ງຍາກໃນການກໍ່ສ້າງເສັ້ນທາງຄົມມະນາຄົມ?
ກ.​ ເຂດພາກເໜຶອ ແລະ ພາກຕາເວັນອອກ
ຂ. ເຂດພາກໃຕ້
ຄ. ເຂດພາກຕາເວັນຕົກ
ງ. ເຂດພາກກາງ
ເສັ້ນທາງການຄົມມະນາຄົມທາງບົກຂອງ ສ.ປ.ປ ລາວ ຍາວທັງໝົດຈັກ ກມ?
ກ.​ 11,462 ກມ               ຂ. 12,462 ກມ
ຄ. 11,463 ກມ                ງ. 11,464 ກມ
ຂໍ້ໃດແມ່ນປະເພດການຄົມມະນາຄົມໃນລາວທີ່ຖືກນຳໃຊ້ຫຼາຍກວ່າໝູ່?
ກ. ທາງອາກາດ        ຂ. ທາງນ້ຳ      ຄ.​ທາງບົກ         ງ. ທາງໃຕ້ນຳ້

ບົດທີ່ 15  ຂະແໜງການຄ້າ ແລະ ການບໍລິການ
ຂໍ້ໃດບໍ່ແມ່ນລັກສະນະຂອງຂະແໜງການຄ້າ ?
ກ.​ ແມ່ນຂະແໜງການທີ່ບໍ່ໄດ້ຜະລິດວັດຖູໂດຍກົງ
ຂ. ມີໜ້າທີ່ຈຳໜ່າຍຈໍລະຈອນສິນຄ້າ
ຄ. ເປັນຂົວຕໍ່ລະຫວ່າງຂະແໜງການຜະລິດຕ່າງໆດ້ວຍກັນ
ງ.​ມີໜ້າທີ່ຜະລິດສິນຄ້າສົ່ງອອກຕ່າງໆ
ຂໍ້ໃດແມ່ນຄວາມໝາຍຂອງການຄ້າຫຸ້ນສ່ວນ?
ກ.​ໝາຍເຖິງການຄ້າຮ່ວມຫຸ້ນລະຫວ່າງລັດ ກັບ ເອກະຊົນ ແລະ ເອກະຊົນດ້ວຍກັນ
ຂ. ໜາຍເຖິງການຄ້າຮ່ວມຫຸ້ນກັນລະຫວ່າງລັດດ້ວຍກັນ
ຄ.  ໝາຍເຖິງການກໍ່ສ້າງບັນດາໂຮງງານອຸດສາຫະກຳ
ງ. ໝາຍເຖິງການຄ້າຂາຍຕາມທ້ອງຕະຫຼາດ
ຂໍ້ໃດແມ່ນສະພາບຂອງຂະແໜງການຄ້າລາວຫຼັງປິ 1945 ?
ກ. ມີການຂະຫຍາຍຕົວຫຼາຍຂຶ້ນກວ່າເກົ່າ
ຂ. ບໍ່ມີການຂະຫຍາຍຕົວ
ຄ. ​ມີລັກສະນະຄົງທີ່
ງ.​ ມີທ່າອຽງຫຼຸດໜ້ອຍຖອຍລົງ

ຂໍ້ໃດແມ່ນນິຍາມຂອງການຄ້າເອກະຊົນ?
ກ.​ ເປັນກິດຈະການສ່ວນຕົວທີ່ບໍ່ຂຶ້ນກັບພາກສ່ວນໃດ
ຂ. ເປັນກິດຈະການທີ່ຂຶ້ນກັບພາກສ່ວນລັດ
ຄ. ເປັນກິດຈະການຂອງພາກສ່ວນລັດ
ງ. ເປັນກິດຈະການທີ່ເອົາລັດເອົາປຽບປະຊາຊົນ
ສີນຄ້າທັນຍາຫານແມ່ນສິນຄ້າເເນວໃດ?
ກ.​ ສີນຄ້າທີ່ເຮົານຳມາບໍລິໂພກ
ຂ. ສິນຄ້າທີ່ເຮົານຳມາໃຊ້ສອຍ
ຄ. ສີນຄ້າທີ່ມີລັກສະນະເປັນແຮ່ທາດ
ງ. ສິນຄ້າປະເພດອາວຸດ
ຂໍ້ໃດບໍ່ແມ່ນຄວາມຫຍູ້ງຍາກຂອງການຜະລິດສິນຄ້າໃນປະເທດລາວ?
ກ.​ສີນຄ້າບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ
ຂ. ສິນຄ້າບໍ່ມີຄູນນະພາບເທົ່າທີ່ຄວນ
ຄ. ລະດັບການຜະລິດມີການຂະຫຍາຍຕົວຫຼາຍເກິນທີ່ກຳນົດ
ງ.ສະພາບການຄົມມະນາຄົມຂົນສົ່ງສິນຄ້າບໍ່ສະດວກ
ຂໍ້ໃດແມ່ນລັກສະນະຂອງຂະແໜງການບໍລິການໃນລາວ ໃນປັດຈຸບັນ?
ກ. ຂະຫຍາຍຕົວຊ້າກວ່າຂະແໜງອຸດສາຫະກຳ
ຂ. ຂະຫຍາຍຕົວໄວກວ່າຂະແໜງອຸດສາຫະກຳ
ຄ. ບໍ່ມີການຂະຫຍາຍຕົວເມຶອທຽບໃສ່ປີທີ່ຜ່ານມາ
ງ. ເປັນຂະແໜງທີ່ບໍ່ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ
ການຄ້າພາຍໃນປະເທດລາວມີຈັກການຄ້າ?
ກ. 4ການຄ້າ
ຂ. 3 ການຄ້າ
ຄ. 2 ການຄ້າ
ງ. 9 ການຄ້າ
ການຈໍລະຈອນສິນຄ້າຂອງລາວມີປະເພດໃດແດ່?
ກ.​ການຄ້າກະສິກຳ ແລະ ຫັດຖະກຳ
ຂ. ສິນຄ້າທັນຍາຫານ ແລະ ສິນຄ້າຫັດຖະກຳ - ອຸດສາຫະກຳ
ຄ. ສິນຄ້າຫັດຖະກຳ - ອຸດສາຫະກຳ ແລະ ປູກຟັງລ້ຽງສັດ
ງ. ສິນຄ້າເຄື່ອງປະດັບ



ການຄ້າ ແລະ ການລົງທຶນຂອງຕ່າງປະເທດມີຈັກການຄ້າ?
ກ. 2ການຄ້າ
ຂ. 3 ການຄ້າ
ຄ. 4 ການຄ້າ
ງ. 5 ການຄ້າ
ບົດທີ 16
ການພົວພັນ ແລະ ການຮ່ວມມືກັບບັນດາປະເທດໃນກຸ່ມອາຊຽນ
ໃນປີ 2017 ປະເທດລາວມີສາຍພົວພັນທາງການທູດກັບຈັກປະເທດໃນທົ່ວໂລກ ?.
ກ . 25 ປະເທດ ຂ. 30 ປະເທດ ຄ. 20 ປະເທດ ງ. 135 ປະເທດ
ລາວເຂົ້າເປັນສະມະຊີກອາຊຽນຢ່າງເປັນທາງການໃນວັນທີເດືອນປີໃດ ?. 
ກ. 23/07/1997    ຂ. 02/12/1960 ຄ. 14/04/1975 ງ. 07/10/1995
ອົງການທີ່ມີການຮ່ວມມືທາງການເມືອງ ແລະ ເສດຖະກິດໃນພູມມີພາກອາຊີຕາເວັນອອກສ່ຽງໃຕ້ແມ່ນອົງການໃດ ?. 
ກ. ອາຊຽນ ຂ. ອົງການສະຫະປະຊາຊາດ
ຄ. ອົງການອານາໄມໂລກ ງ. ອົງການກາແດງລາວ
ຂໍ້ໃດບໍ່ແມ່ນຈຸດປະສົງຂອງສະມາຄົມ ປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ ?. 
ກ. ເພື່ອພັດທະນາສັງຄົມ
ຂ. ເພື່ອເຮັດໃຫ້ເສດຖະກີດມີການຂະຫຍາຍຕົວ
ຄ. ເພື່ອປົກປັກຮິກສາສັນຕິພາບ
ງ. ເພື່ອເຮັດສົງຄາມ
ໃນສັນຍະລັກອາຊຽນ ຕົ້ນເຂົ້າສີເຫຼືອງ 10 ຕົ້ນ ມັດຮ່ວມກັນໄວ້ ມີຄວາມໝາຍວ່າແນວໃດ?
ກ.​ ປະເທດສະມາຊິກຮ່ວມກັນເພື່ອມິດຕະພາບ ແລະ ເປັນນ້ຳໜຶ່ງໃຈດຽວກັນ
ຂ. ສັນຕິພາບ ແລະ ຄວາມໝັ້ນຄົງ
ຄ.​ ຄວາມກ້າຫານ ເເລະ ຄວາມກ້າວໜ້າ
ງ. ຄວາມບໍລິສຸດ
ສີເຫຼືອງໃນສັນຍາລັກອາຊຽນມີຄວາມໝາຍແນວໃດ?
ກ. ຄວາມຈະເລີນຮຸ່ງເຮືອງ              ຂ. ຄວາມບໍລິສຸດ
ຄ. ຄວາມກາ້ຫານ                       ງ. ສັນຕິພາບ ແລະ ຄວາມໝັ້ນຄົງ

ຂໍ້ໃດບໍ່ແມ່ນວຽກງານໃນການສ້າງປະຊາຄົມເສດຖະກິດອາຊຽນ?
ກ. ສ້າງສະພາບເເວດລ້ອມໃຫ້ເອື້ອອຳນວຍຄວາມສະດວກໃຫ້ເກິດການເເຂ່ງຂັນ
ຂ. ສະໜັບສະໜູນ ແລະ ພັດທະນາໃຫ້ເກິດຄວາມສະເໝີພາບ
ຄ. ປັບປຸງປະສານງານ ອາຊຽນໃຫ້ມີປະສິດທິພາບຍິ່ງຂຶ້ນ
ງ. ປັງປຸງ ຍຸດທະສາດການທະຫານ
ຂໍ້ໃດບ່ໍແມ່ນແນວທາງຂອງສະມາຄົມອາຊຽນ?
ກ. ຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ
ຂ. ປະນາມ ຫຼື ບໍ່ຍອມຮັບໃນການຄຸກຄາມ ຫຼື ໃຊ້ກຳລັງ
ຄ. ໃຫ້ຄວາມຮ່ວມມືກັນລະຫວ່າງກັນຢ່າງມີປະສິດທິພາບ
ງ. ຮູກຮານປະເທດອື່ນ ແລະ ທຳລາຍຊີວິດ ຊັບສິນຂອງປະຊາຊົນ
ຂໍ້ໃດແມ່ນຄວາມໝາຍສີແດງໃນສັນຍາລັກອາຊຽນ
ກ. ຄວາມດ້ອຍພັດທະນາ            ຂ. ຄວາມກ້າຫານ
ຄ. ຄວາມຈະເລີນຮຸ່ງເຮື່ອງ            ງ. ​ບໍ່ມີຄວາມໝາຍ

ບົດທີ່ 17
ສີ່ງແວດລ້ອມທາງທຳມະຊາດ
ສີ່ງແວດລ້ອມທຳມະຊາດມີຈັກປະເພດ ?.
ກ. 2 ປະເພດ      ຂ. 3 ປະເພດ        ຄ. 4 ປະເພດ           ງ. 5 ປະເພດ
ຂໍ້ໃດບໍ່ແມ່ນສີ່ງແວດລ້ອມທີ່ມີຊີວິດ ?.
ກ . ພືດ        ຂ . ຄົນ         ຄ . ສັດ       ງ . ນ້ຳ
ຂໍ້ໃດແມ່ນສີ່ງແວດລ້ອມທີ່ມີຊີວິດ ?.
ກ. ດີນ    ຂ. ນ້ຳ     ຄ.  ອາກາດ     ງ. ສັດ
ຂໍ້ໃດແມ່ນຄວາມໝາຍຂອງລະບົບນິເວດວິທະຍາ ?.
ກ. ມີການພົວພັນ, ເພີ່ງພາເຊີ່ງກັນ ແລະ ກັນ ແລະ ໄດ້ສົ່ງຜົນສະທ້ອນຕໍ່ກັນລະຫວ່າງສີ່ງທີ່ມີຊີກັບສີ່ງແວດລ້ອມຂອງມັນ.
ຂ. ແມ່ນຂະບວນການໝູນວຽນຢ່າງໃດຢ່າງໜື່ງຂອງສີ່ງແວດລ້ອມທຳມະຊາດ.
ຄ. ແມ່ນການຂະບວນການພັດທະນາເສດຖະກິດ.
ງ. ຂໍ້ ກ ແລະ ຂ ຖືກຕ້ອງ.

ຂໍ້ໃດແມ່ນໂຄງສ້າງທີ່ສຳຄັນຂອງລະບົບນິເວດ ?.
 ກ. ສີ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ຂ . ດີນ ແລະ ນ້ຳ 
ຄ. ຄົນ,ສັດ ແລະ ພືດ ງ. ຖືກໝົດທຸກຂໍ້
ຂໍ້ໃດແມ່ນຄວາມໝາຍຂອງຊັບພະຍາກອນທຳມະຊາດ ? .
ກ. ທຸກສີ່ງທຸກຢ່າງທີ່ເກີດຂື້ນຕາມທຳມະຊາດ. ຂ. ການຜະລິດ
ຄ . ການຕັດໄມ້ທຳລາຍປ່າ                    ງ. ຖືກໝົດທຸກຂໍ້ .
ຂໍ້ໃດແມ່ນຊັບພະຍາກອນທຳມະຊາດທີ່ຄົນເຮົາໄດ້ນຳໄຊ້ໃນຊີວີດປະຈຳວັນ ? .
ກ. ແຮ່ທາດ   ຂ. ເຄື່ອງປ່າຂອງດົງ
ຄ. ອາກາດ ແລະ ພະລັງງານ             ງ. ຖືກໝົດທຸກຂໍ້
ຂໍ້ໃດບົ່ງບອກເຖີງການປົກປັກຮັກສາຊັບພະຍາກອນທຳມະຊາດ ? . 
ກ. ການຕັດໄມ້ທຳລາຍປ່າ
ຂ. ປູກຕົ້ນໄມ້ ແລະ ບໍ່ຕັດໄມ້ທຳລາຍປ່າ
ຄ. ປ່ອຍນ້ຳເສຍຈາກໂຮງງານລົງສູ່ແມ່ນ້ຳ
ງ. ການຖາງປ່າເຮັດໄຮ່.
ຂໍ້ໃດແມ່ນຊັບພະຍາກອນທ່ີ່ສາມາດທົດແທນໄດ້ ? .
ກ. ປ່າໄມ້ ຂ. ເພັດ ຄ. ຖ່ານຫີນ ງ. ຜິດໝົດ
ຂໍ້ໃດແມ່ນຊັບພະຍາກອນທຳມະຊາດທີ່ບໍ່ສາມາດທົດແທນໄດ້ ? .
ກ. ອາກາດ ຂ. ດີນ ຄ. ແຮ່ທາດ ງ. ນ້ຳ
ຊັບພະຍາກອນທຳມະຊາດມິຈັກປະເພດ ?.
ກ. 2 ປະເພດ ຂ. 3 ປະເພດ ຄ. 4 ປະເພດ ງ. 5 ປະເພດ
ຂໍ້ໃດແມ່ນຄວາມໝາຍຂອງຊັບພະຍາກອນທີ່ທົດແທນໄດ້ ?.
ກ. ຊັບພະຍາກອນທີ່ສາມາດຟື້ນຟູຄືນໃໝ່ໄດ້ ຂ. ບໍ່ສາມາດນຳໄຊ້ໄດ້
ຄ. ຊັບພະຍາກອນທີ່ຂະຫຍາຍຕົວ ງ. ຖືກໝົດທຸກຂໍ້




ບົດທີ18
ສີ່ງແວດລ້ອມທາງສັງຄົມ
ຂໍ້ໃດບໍ່ແມ່ນສີ່ງແວດລ້ອມທີ່ມະນຸດສ້າງຂື້ນ ?.
ກ. ເສດຖະກິດ ຂ. ຮີດຄອງປະເພນີ ຄ. ວັດທະນາທຳ ງ. ນ້ຳ
ມະນຸດໄດ້ມີການຂະຫຍາຍຕົວ ແລະ ຂ້າມຜ່ານຈັກລະບອບການປົກຄອງ ?.
ກ. 5 ລະບອບ ຂ. 6 ລະບອບ ຄ. 4 ລະບອບ ງ. 2 ລະບອບ
ມະນຸດຮູ້ຈັກນຳໃຊ້ໄຟເຂົ້າໃນການດຳລົງຊີວິດໃນຍຸກສະໄໝໃດ ?.
ກ. ຍຸກຫີນ ຂ. ຍຸກທອງ ຄ. ຍຸກຫີນຕ່ອຍ ງ. ຍຸກປັດຈຸບັນ
ການປູກຝັງແລະລ້ຽງສັດກຳເນີດຂື້ນກ່ອນໝູ່ໃນລະບອບການປົກຄອງໃດ ?. 
ກ. ຊະຫະຊີບປະຖົມບູຮານ ຂ. ລະບອບຂ້າທາດ-ສັກດີນາ
ຄ. ສັງຄົມນີຍົມ          ງ. ທືນນິຍົມ
ການດຳລົງຊີວິດແບບບໍ່ຄົງທີ່ ແລະ ອາໄສຢູ່ເປັນກຸ່ມນ້ອຍໆດ້ວຍການລ່າສັດ ແລະ ເກັບເຄື່ອງປ່າຂອງດົງເປັນອາຫານ ແມ່ນການດຳລົງຊີວິດຂອງຄົນໃນຍຸກໃດ ?.
ກ. ຊະຫະຊີບປະຖົມບູຮານ ຂ. ສັກດີນາ
ຄ. ສັງຄົມນິຍົມ ງ. ທືນນິຍົມ
ສີ່ງແວດລ້ອມໃນສັງຄົມໃດທີ່ໃດ້ຮັບຜົນກະທົບຈາກຄົນເຮົາໜ້ອຍທີ່ສຸດ ?.
ກ. ສັງຄົມສະຫະຊີບປະຖົມບູຮານ ຂ. ສັງຄົມກະສິກຳ
ຄ. ສັງຄົມອຸດສາຫະກຳ ງ. ສັງຄົມໃນຕົວເມືອງ
ສີ່ງແວດລ້ອມໃນສັງຄົມໃດທີ່ໄດ້ຮັບຜົນກະທົບຈາກຄົນເຮົາຫຼາຍທີ່ສຸດ ?.
ກ. ສັງຄົມຊະຫະຊີບປະຖົມບູຮານ ຂ. ສັງຄົມກະສິກຳ
ຄ. ສັງຄົມອຸດສາຫະກຳ ງ. ຖືກໝົດທູກຂໍ້
ສັງຄົມອຸດສາຫະກຳເກີດຂື້ນໃນລະບອບການປົກຄອງໃດ ?. 
ກ. ສັງຄົມນີຍົມ-ທືນນີຍົມ ຂ.ຊະຫະຊີບປະຖົມບູຮານ
ຄ. ຂ້າທາດ ງ. ສັກດີນາ



ຂໍ້ໃດບໍ່ແມ່ນສີ່ງທີ່ສົ່ງຜົນກະທົບຕໍ່ສີ່ງແວດລ້ອມ ?.
ກ.ມີຂີ້ເຫຍື້ອຕາມແຫຼ່ງນ້ຳ ຂ. ປ່າໄມ້ດັບສູນຫາຍ
ຄ. ມົນລະພີດຕ່າງໆພາໃຫ້ເກີດເຊື້ອພະຍາດ
ງ. ແຫຼ່ງທ່ອງທ່ງວທຳມະຊາດມີຄວາມສວຍສົດງົດງາມ ແລະ ອຸດົມສົມບູນ
ສັງຄົມໃດຕໍ່ໃປນີ້ທີ່ມີການນຳໃຊ້ຊັບພະຍາກອນ ແລະ ພະລັງງານຢ່າງຟຸມເຟືອຍ ?. 
ກ. ສັງຄົມອຸດສາຫະກຳ ຂ. ສັງຄົມກະສິກຳ
ຄ. ສັງຄົມຊະຫະຊີບປະຖົມບູຮານ ງ. ສັງຄົມອອນລາຍ

ພືດຕິກຳໃດຕໍ່ໃປນີ້ທີ່ເຮັດໃຫ້ສີ່ງແວດລ້ອມເກີດການເສື່ອມໂຊມ ?.
ກ . ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ຂ. ທຳຄວາມສະອາດບ່ອນຢູ່ອາໃສເປັນປະຈຳ
ຄ. ບໍ່ຕັດໄມ້ທຳລາຍປ່າ ງ. ປ່ອຍນ້ຳເສຍຈາກໂຮງງານລົງສູ່ແມ່ນ້ຳ

ບົດທີ 19 
ການຄຸ້ມຄອງສີ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ

ຂໍ້ໃດແມ່ນຈຸດປະສົງໃນການຄຸ້ມຄອງສີ່ງແວດລ້ອມ ?. 
ກ. ເພື່ອເຮັດໃຫ້ຊັບພະຍາກອນແລະສີ່ງແວດລ້ອມມີຄວາມສົມດຸນ
ຂ. ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກ
ຄ. ເພື່ອໃຫ້ການປົກຄອງມີຄວາມໂປ່ງໃສ
ງ. ເພື່ອໃຫ້ການຄົມມະນາຄົມມີຄວາມສະດວກ
ພືດຕິກຳໃດຕໍ່ໃປນີ້ທີ່ເປັນຜົນກະທົບທີ່ບໍ່ດີຕໍ່ສີ່ງແວດລ້ອມ ?. 
ກ. ການສ້າງເສັ້ນທາງ ຂ. ການຂັບຂີ່ຍານພາຫະນະ
ຄ. ການຂຸດຄົ້ນບໍ່ແຮ່ ງ. ຖືກໝົດທຸກຂໍ້


ສາເຫດຕົ້ນຕໍໃດທີ່ເຮັດໃຫ້ທຳມະຊາດຖືກທຳລາຍໂດຍບໍ່ຮູ້ຕົວ ?.
ກ. ການຂຸດຄົ້ນວັດຖຸດີບ ຂ. ການຖາງປ່າເຮັດໄຮ່
ຄ. ການຕັດໄມ້ທຳລາຍປ່າ ງ. ການຖີ້ມຂີ້ເຫຍື້ອຊະຊາຍ
ຂໍ້ໃດແມ່ນບັນຫາສີ່ງແວດລ້ອມທີ່ສຳຄັນທີ່ສຸດໃນປະເທດລາວ ?. 
ກ. ການຫຼຸດໜ້ອຍຖອຍລົງຂອງເນື້ອທີ່ປ່າໄມ້ ຂ. ການຖີ້ມຂີ້ເຫຍື້ອຊະຊາຍ
ຄ. ການປ່ອຍມົນລະພີດທາງອາກາດ    ງ. ການປ່ອຍສີ່ງເສດເຫຼືອຈາກໂຮງງານລົງສູ່ແມ່ນ້ຳ
ຂໍ້ໃດແມ່ນສາເຫດຕົ້ນຕໍຂອງບັນຫາເນື້ອທີ່ປ່າໄມ້ຫຼູດໜ້ອຍຖອຍລົງ ?. 
ກ. ການຕັດໄມ້ຊະຊາຍ ແລະ ການຖາງປ່າເຮັດໄຮ່
ຂ. ເກີດຈາກຜົນກະທົບຈາກສົງຄາມ
ຄ. ເກີດຈາກໄພທຳມະຊາດ
ງ. ເກີດຈາກອຸນຫະພູມມີການປ່ງນແປງ
ປະເທດລາວໄດ້ມີການສ້າງຕັ້ງອົງການໃດຂື້ນມາໃນປີ 1993 ?.
ກ. ອົງການວິທະຍາສາດເຕັກໂນໂລຊີ ແລະ ສີ່ງແວດລ້ອມ
ຂ. ອົງການນິຕິບັນຍັດ
ຄ. ອົງການຕຸລາການ
ງ. ອົງການກາແດງລາວ
ວງກງານໃນການປົກປັກຮັກສາສີ່ງແວດລ້ອມແມ່ນໜ້າທີ່ຂອງໃຜ ?. 
ກ. ພະນັກງານ ແລະ ນັກສືກສາ ຂ. ລັດຖະບານ
ຄ. ພົນລະເມືອງທຸກຄົນ ງ. ເທດສະບານ
ພືດຕິກຳໃດຕໍ່ໄປນີ້ທີ່ສະແດງເຖີງຄວາມຕື່ນຕົວໃນການຮັກສາສີ່ງແວດລ້ອມ ?. 
ກ. ການຈູດຂີ້ເຫຍື້ອ ຂ. ການຖີ້ມຂີ້ເຫຍື້ອຊະຊາຍ
ຄ. ການນຳໃຊ້ສານເຄມີຕ່າງໆ ງ. ຮັກສາຄວາມສະອາດສີ່ງແວດລ້ອມທີ່ຕົນເອງອາໃສຢູ່
ຂໍ້ໃດຕໍ່ໃປນີ້ທີ່ບ່ໍໃດ້ຮັບຜົນກະທົບຈາກການຂຸດຄົ້ນວັດຖຸດີບຈາກທຳມະຊາດ ?.
ກ. ສັດສາວາສີ່ງຕ່າງໆ ຂ. ມະນຸດ
ຄ . ສີ່ງແວດລ້ອມ ງ. ເສດຖະກີດ

No comments:

Post a Comment

ລະບຽບການສອບເສັງເຂົ້າມະຫາວຶທະຍາໄລແຫ່ງຊາດ

ລະບຽບໃນການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ 1.  ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດ ແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ...